ຍັງມີ ຜູ້ຕິດ ເຊື້ອວັນນະໂຣກ ຫລາຍຢູ່ ໃນລາວ

ເຈົ້າໜ້າທີ່ ທາງກາຣລາວ ວ່າ ຍັງມີ ຜູ້ປ່ວຍ ຕິດເຊື້ອວັນນະໂຣຄ ຢ່າງຫລວງຫລາຍ ໃນປັຈຈຸບັນ.

ເຈົ້າໜ້າ​ທີ່ ​ສາທາຣະນະ​ສຸຂ ​ແຂນ​ງ ວັນນະ​ໂຣຄ ​ປະຈຳ​ແຂວງ​ຄຳ​ມ່ວນ ​ໄດ້​ກ່າວ​ເຖີງສະພາບ ​ຂອງ​ຈຳນວນ​ ຜູ້​ຕິດ​ ວັນນະ​ໂຣຄ ທົ່ວ​ແຂວງ ​ໃນ​ປັຈຈຸ​ບັນ​ນີ້ ​ວ່າ ​ມີ​ປະຣິມານ​ຫລາຍ​ກວ່າ ​ທີ່​ທາງ​​ເຈົ້າໜ້າທີ່​ ອົງ​ກາຣ ອະນາມັຍ​ໂລກ​ ໄດ້​ຄາດ​ຄະ​ເນ​ໄວ້ ດັ່ງ​ທີ່ ​ທ່ານ​ໄດ້​ໃຫ້ ກາຣຊີ້​ແຈງ ​ວ່າ:

"ດຽວ​ນີ້ ​ເຮົາ​ຈະ​ຍັງ​ບອກ ​ບໍ່​ທັນ​ໄດ້​ວ່າ ​ມັນ​ຈະ​ລຸດ ຫລື ​ເພີ່ມ ມີ​ແຕ່​ວ່າ​ ປັຈຈຸ​ບັນ​ນີ້ CDR ພວກ​ເຮົາ ​ມັນ​ຂື້ນ​ສູງ​ເກີນ​ທີ່ WHO ​ໄດ້​ປະມານ ​ໄວ້ ປັຈຈຸ​ບັນ​ນີ້ ຣາຍງານ ​ທີ່​ໄດ້​ຮັບ​ ເປັນ​ພຽງ​ແຕ່ 2 quarters ຈະ​ທຽບ​ກັບ 2007 ກໍ​ຍັງ​ບໍ່​ທັນ​ໄດ້ ​ເພາະວ່າ ​ຕ້ອງ​ໄດ້​ຟັງ ຣາຍງານ ​ໝົດ​ອິກ"

​ເຈົ້າໜ້າ​ທີ່​ລາວ ​ດັ່ງກ່າວ​ ແຈ້ງ​ເພີ່ມ​ ວ່າ: ຕາມ​ຈຳນວນ ​ຄົນ​ປ່ວຍ ​ທີ່​ທາງ​ອົງກາຣ ອະນາມັຍ​ໂລກ ​ໄດ້​ປະ​ເມີນ​ ໄວ້​ນັ້ນ ມີ​ປະມານ 68 ຄົນ​ ໃນ​ແຕ່ລະ 100,000 ກໍຣະນີ ​ແຕ່​ຈຳນວນ​ ທີ່​ແທ້​ຈີ​ງ ຄົງ​ຈະ​ມີ​ຫລາຍ​ກວ່ານັ້ນ ​ແລະ​ວ່າ ​ໃນຣະຍະ​ຜ່ານ​ມາ ​ທາງ​ພາຄສ່ວນ​ກ່ຽວຂ້ອງ​ ກໍ​ບໍ່​ສາມາດ ​ຄວບ​ຄຸມ​ໄດ້ ຍ້ອນ​ວ່າ ​ຜູ້​ທີ່​ຕິດ​ເຊື້ອ ​ວັນນະ​ໂຣຄນັ້ນ ສ່ວນ​ຫລາຍ​​ແລ້ວ ​ຈະ​ເປັນ​ປະຊາຊົນ ​ທີ່​ອາສັຍ​ ຢູ່​ຕາມ​ເຂ​ຕຊົນນະບົດ, ​ແຕ່​ປັຈຈຸ​ບັນ​ນີ້ ​ສະພາບ​ກາຣ ກໍ​ດີ​ຂື້ນ​ ແລະ ​ຜູ້​ຄົນ​ປ່ວຍ​ ກໍ​ສາມາດ ​ໄດ້​ຮັບ​ກາຣປີ່​ນປົວ​ ດີ​ຂື້ນ​ກວ່າ ​ແຕ່​ຄາວ​ກ່ອນ ດັ່ງ​ທີ່​ທ່ານ​ ໄດ້​ອະທິບາຍ ​ວ່າ:

"ຜູ້​ປ່ວຍ​ ​ອາກາຣດີ​ຂື້ນ ພວກ​ເຮົາ​ເຮັດ ສຸຂສຶກສາ ທຸກຣາຍ ທຸກ​ເຂ​ຕ ທີ່​ມາ​ທຳ​ ກາຣຮັກສາ ​ແມ້ກະທັ້ງ ຄົນ​ໄຂ້​ເອງ ​ແລະ ​ຍາຕຂອງ​ຄົນ​ໄຂ້ ພວກ​ເຮົາ ​ຈະ​ເວົ້າ​ເຣື່ອງ ກາຣຕິດ​ຕໍ່​ ຂອງ​ໂຣຄ ກາຣດູ​ແລ ​ປະຕິບັຕ ຕົສ ອາຫາຣ ກາຣກິນ ​ແລະ ​ກໍ​ກາຣຮັກສາ ພວກ​ເຮົາ ​ຈະ​​ເວົ້າ​ແນວ​ນັ້ນ"

​ເຈົ້າໜ້າ​ທີ່​ລາວ ​ຄົນ​ນີ້ ​ໄດ້​ກ່າວ ​ເນັ້ນວ່າ: ​ໃນ​ປັຈຈຸ​ບັນ​ ມີ​ທຶນ​ກາຣຊ່ວຍ​ເຫລືອ​ ຈາກ Global Fund ສຳ​ຫລັບ ​ຜູ້​ປ່ວຍ​ ທີ່​ຕິດ ​ເຊື້ອ​ວັນນະ​ໂຣຄ ​ແລະ ​ພ້ອມ​ດຽວ​ກັນນັ້ນ ທາງ​ພາຄສ່ວນ​ໜ່ວຍ​ງານ​ ຂອງ​ທາງຣັຖບາ​ລ ກໍ​ມີ​ກາຣຈັດ ​ກິ​ຈກັມ​ ຕ່າງໆ ​ເພື່ອ​ຊ່ວຍ​ຊູ​ ເຂົ້າສົມທົບ​ ກັບ​ຄ່າ​​ໃຊ້​ຈ່າຍ ​ໃນ​ກາຣຮັກສາ​ ປິ່ນ​ປົວ ​ພວກ​ຄົນ​ປ່ວຍ​ ດັ່ງກ່າວ​ນີ້ ​ຕລອດ​ມາ.