ການສໍາຣວດ ເອົາຂໍ້ມູນ ກ່ຽວກັບໂຣກນີ້ ນັບວ່າ ເປັນປີທໍາອິດ ຢູ່ໃນແຂວງ. ຫລັງຈາກ ໄດ້ຂໍ້ມູນແລ້ວທາງການລາວ ວ່າ ຈະຈັດທໍາ ເປັນສະຖິຕິໄວ້. ການເກັບກໍາ ຂໍ້ມູນ ໄດ້ດໍາເນີນ ຢູ່ໃນ ໝູ່ປະຊາຊົນ ໃນຕົວເມືອງ ໄກສອນພົມວິຫານເມືອງອຸທຸມພອນເມືອງອາດສະພັງທອງເມືອງພີນ.
ດຣ. ນູດາປະສິດທິຫົວໜ້າ ຫ້ອງການ ລະບາດ ວິທະຍາ ປະຈໍາແຂວງສວັນະເຂດ ກ່າວວ່າປັດຈຸບັນນີ້ເຮົາມີ ແຕ່ເຝົ້າລະວັງ ເບິ່ງໂຣກອັກເສບປອດ ໃນໝູ່ເດັກນ້ອຍ ແລະ ຄົນແກ່ໂດຍສະເພາະ ໃນຍາມລະດູຝົນ. ເຫດຜົນ ທີ່ຕ້ອງເກັບກໍາ ຂໍ້ມູນນີ້ ເນື່ອງຈາກວ່າອາການ ເປັນໂຣກອັກເສບ ໃນປອດ ມັນຄ້າຍຄືກັນ ກັບອາການ ເປັນໂຣກໄຂ້ຫວັດນົກແລະ ມີໂອກາດ ທີ່ຈະຕິດ ໂຣກໄຂ້ຫວັດນົກ ໄດ້ຖ້າຫາກວ່າ ໂຣກໄຂ້ຫວັດນົກ ລະບາດຂື້ນ:
" ເກັບ ກໍາ ມາ ແຕ່ ຕົ້ນ ປີ ຮອດ ປັດຈຸບັນ ກໍ ປະມານ 1,592 ຄົນ . ເປັນ ໂຣກປອດ ເຮົາ ເຝົ້າ ລະວັງ ເພາະ ຢ້ານ ມັນ ຈະ ຕິດ ບ່ຽງ ໄປ ທາງ ໄຂ້ຫວັດ ສັດ ປີກ ເຮົາ ກໍ ໄດ້ ເຝົ້າ ລະວັງ ຄື ກັນ "
ທ່ານວ່ານັບຕັ້ງແຕ່ ໂຣກໄຂ້ຫວັດສັດປີກ ໄດ້ລະບາດຂື້ນ ໃນແຂວງສວັນະເຂດ ເມື່ອປີ 2007
ເຮັດໃຫ້ ທາງຜແນກ ສາທາຣະນະສຸກ ຕ້ອງໄດ້ ຕຽມແຜນໄວ້ ເພື່ອເຝົ້າລະວັງຢ້ານວ່າ ໂຣກນີ້ ຈະເກີດຂື້ນອີກດັ່ງນັ້ນ ຈື່ງໄດ້ຈັດທໍາ ສະຖິຕິ ຄົນເປັນໂຣກປອດອັກເສບໄວ້.
ນອກຈາກ ຕິດຕາມເຝົ້າລະວັງ ໂຣກປອດອັກເສບແລ້ວທາງສາທາຣະນະສຸກແຂວງ ຍັງໄດ້ຕິດຕາມ ໂຣກ ຈໍານວນ 29 ໂຣກ ດ້ວຍກັນ ນັບຕັ້ງແຕ່ ພະຍາດຖອກທ້ອງ ພະຍາດທ້ອງບິດ ພະຍາດ ໃນລໍາໃສ້ ພະຍາດ ປອດແຫ້ງ ໄຂ້ຫັວດ ໄຂ້ເລືອດອອກ ພະຍາດ ເບົາຫວານ ແລະ ອື່ນໆ.