ຈຳນວນຜູ້ປ່ວຍ ຕິດເຊື້ອ ໄຂ້ຫວັດໝູ ສາຍພັນ A/H1N1 ໃນລາວ

ກໍຣະນີຜູ້ປ່ວຍ ຕິດເຊື້ອໂຣກ ໄຂ້ຫວັດໝູ ສາຍພັນ A/H1N1 ໃນລາວປັດຈຸບັນນີ້ ຍັງບໍ່ທັນ ຮ້າຍແຮງເທື່ອ.

ຈຳນວນຜູ້ປ່ວຍ ຕິດເຊື້ອ ໄຂ້ຫວັດໝູ ສາຍພັນ A/H1N1 ໃນລາວ ປັດຈຸບັນນີ້ ມີທັງໝົດ 255ຄົນ, ເພີ້ມຂື້ນຈາກການ ລາຍງານມື້ວັນທີ24 ສິງຫາ2009, 12ກໍຣະນີ, ໂດຍທາງຜແນກ ສາທາຣະນະສຸຂ ກໍຍັງສືບຕໍ່ການ ຄອຍຣະວັງແລະ ກຽມພ້ອມ ໄປທຸກພາກສ່ວນ. ດັ່ງເຈົ້າໜ້າທີ່ ຈາກຫ້ອງການ ປະສານງານດ້ານ ການຄວບຄຸມພຍາດ ຕິດຕໍ່ແຫ່ງຊາດ ເວົ້າວ່າ:

"ຫລຸດລົງຫລາຍແລ້ວ ມັນບໍ່ມີ ກໍຣະນີເພີ້ມ 255ເປັນຈຳນວນສະສົມເນາະ, ເປັນ Primarily ມາຕັ້ງແຕ່ ເດືອນຫົກພຸ້ນນາ ເຖິງປັດຈຸບັນ ນະຄອນຫລວງກໍມີ ແຂວງກໍມີ ຫນ້ອຍໆຄື3ຄົນ ຢ່າງທີ່ແຂວງ ກໍມີຜູ້ນຶ່ງ ນະຄອນຫລວງກໍ2ຄົນ  ໃນລັກສນະນັ້ນ."

ທ່ານເວົ້າຕື່ມວ່າ ສຖານະການ ໄຂ້ຫວັດໝູໃນ ສປປລາວ ດຽວນີ້ຖືວ່າດີ ຂື້ນຫລາຍ, ໂດຍຜູ້ປ່ວຍສ່ວນຫລາຍ ຈະພົບເຫັນຢູ່ ນະຄອນຫລວງ ວຽງຈັນ ໂດຍມີຜູ້ຕິດ ເຊື້ອໂຣກ ອາທິດນຶ່ງປະມານ 1ຫາ2ຄົນ ສ່ວນຜູ້ຕິດເຊື້ອ ໄຂ້ຫວັດໝູ ຕາມແຂວງຕ່າງໆນັ້ນ ກໍຍັງມີຢູ່.

ທ່ານໄດ້ກ່າວເຖິງ ມາຕການການເຝົ້າ ຣະວັງວ່າຜແນກ ສາທາຣະນະສຸຂ, ໄດ້ເພີ້ມການໂຄສະນາ ໃຫ້ຄວາມຮູ້ແກ່ ປະຊາຊົນ ຜ່ານທາງ ໂທຣະທັດ ແລະວິທຍຸ. ນອກຈາກນັ້ນກໍຍັງ ປະສານງານກັບ ຜແນກສາທາຣະນະສຸຂ ປະຈຳແຂວງ, ໂດຍການໃຫ້ຄວາມຮູ້ ແລະ ຈັດຕັ້ງພນັກງານ ຕິດຕໍ່ໂດຍກົງ ກັບກະຊວງແລະ ອົງການຕ່າງໆ ອີກດ້ວຍ.
ລາຍງານຂອງອົງການ ອະນາໄມໂລກ, ເປີດເຜີຍມື້ວັນທີ30 ສິງຫາ2009ວ່າ ພາກພື້ນເອເຊັຍ ປາຊີຝິກ, ມີຜູ້ປ່ວຍ 19,362ກໍຣະນີ, ເສັຍຊີວິດ 188ຄົນ. ທົ່ວໂລກມີຜູ້ປ່ວຍ 250,000ຄົນ ເສັຍຊີວິດ 2,837ຄົນ.

ວຽດນາມມີຜູ້ປ່ວຍ 3,777ຄົນ ເສັຍຊີວິດ3ຄົນ. ປະເທດໄທ ມີຜູ້ປ່ວຍກວ່າ 1ແສນຄົນ, ເສັຍຊີວິດ 130ຄົນ ຕາມລາຍງານ ວັນທີ2ກັນຍາ 2009ທີ່ຜ່ານມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org