ອົງການຕໍ່ຕ້ານ ໂຣກເອສໃນລາວ
ນະຄອນຫລວງ ວຽງຈັນ ເປັນອັນດັບນຶ່ງ ທີ່ມີຍິງ ຂາຍບໍຣິການ ຫລາຍທີ່ສຸດ ໃນປະເທດ.
-
ໂພໄຊສວັດ
2010-04-28 -
-
-
Your browser doesn’t support HTML5 audio
ອົງການເອກກະຊົນ ຕໍ່ຕ້ານໂຣກເອສ ໃນລາວ ເປີດເຜີຍວ່າ ນະຄອນຫລວງວຽງຈັນ ເປັນບ່ອນທີ່ມີ ການຄ້າປະເວນີ ຫລາຍທີ່ສຸດ ໃນລາວຍ້ອນວ່າ ເປັນເມືອງຫລວງ, ເມືອງໃຫຍ່ ມີນັກທ່ອງທ່ຽວ ຫລາຍກວ່າບ່ອນອື່ນ. ນອກຈາກນີ້ຍັງມີ ການເຕີບໃຫຍ່ ທາງທຸຣະກິດ ຈົນເປັນສາເຫດ ດຶງດູດ ແມ່ຍິງລາວ ໃນຕ່າງແຂວງ ໃຫ້ເຂົ້າມາສແວງ ຫາລ້ຽງຊີບ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ນາງນຶ່ງເວົ້າວ່າ:
"ຖ້າຈະທຽບໃສ່ ລະດັບປະເທດ ອັນດັບ 1 ກໍກຳແພງນະຄອນ 2 ກໍ ສວັນນະເຂດ 3 ກໍຈຳປາສັກ ກໍເປັນທີ່ໜ້າ ຢ້ານກົວຢູ່ເນ໋າະ ເວົ້າແລ້ວ ພຶດຕິກັມສ່ຽງ ຍ້ອນຄວາມ ທຸກຍາກຂາດເຂີນ ເຮົານີ້ແຫລ໋ະ ສ່ວນຫລາຍກໍເປັນ ຄົນຊົນນະບົດ ບໍ່ມີຄວາມຮູ້".
ອີງຕາມຜົນສຳຣວດ ຂອງອົງການ ແພດໄຮ້ພົມແດນ ສະຖານະການ ໂຣກເອສ ໃນລາວ ປັດຈຸບັນນີ້ ອາດມີຜູ້ຕິດເຊື້ອວາຍຣັສເອສ HIV ລະຫວ່າງ 600 ຫາ 3,600 ລາຍ. ໂດຍກຸ່ມສ່ຽງສຳຄັນ ກໍແມ່ນຜູ້ຍິງ ບໍຣິການໃນທຸຣະກິດ ບັນເທີງ ຊຶ່ງພົບວ່າ ແມ່ຍິງລາວເດີນທາງ ມາຈາກຕ່າງແຂວງ ໂດຍສະເພາະຈາກ ແຂວງພາກເໜືອ ມາຂາຍບໍຣິການ ຕາມຮ້ານ ຄາຣາໂອເກ໋ ຮ້ານລຳວົງ ຕາມໂຮງແຮມ ບໍຣິເວນ ແຄມຂອງ ຫລືຂ້າມແດນໄປ ຝັ່ງໄທກໍມີ.
ສ່ວນແມ່ຍິງລາວ ທີ່ມາຈາກແຂວງ ພາກໃຕ້ມັກໄປ ຂາຍບໍຣິການ ໃນແຂວງ ອຸບົນຣາຊທານີ ແລະ ມຸກດາຫານ ປະເທດໄທ. ການຂາຍ ບໍຣິການ ດັ່ງກ່າວ ເປັນສາເຫດ ໃຫ້ແມ່ຍິງລາວ ຕິດເຊື້ອເອສ ແລະເຮັດໃຫ້ ສະຖານະການ ໂຣກເອສ ແຜ່ຂຍາຍຢ່າງ ວ່ອງໄວ ແລະການຕໍ່ຕ້ານ ປິ່ນປົວກໍເປັນ ໄປໄດ້ຍາກ ເພາະເຈົ້າໜ້າທີ່ ພນັກງານ ມີໜ້ອຍ ບໍ່ພຽງພໍໃນ ການຊ່ວຍເຫລືອ ແລະ ພວກຂະເຈົ້າເຫລົ່ານີ້ ກໍບໍ່ຍອມມາ ຮັບການ ຮັກສາປິ່ນປົວ.