ການຕໍ່ຕ້ານຢາ ຂອງເຊື້ອໄຂ້ຫວັດໝູ

ອົງການອະນາມັຍໂລກ WHO ກໍາລັງພິຈາຣະນາເບີ່ງ ຣາຍງານການດື້ຢາ ຫລືຕ້ານທານຢາ ຂອງເຊື້ອພຍາດ ໄຂ້ຫວັດໝູ ຕາມຣາຍງານຂ່າວ ຈາກນະຄອນ Geneva ວັນອັງຄານນີ້. ອົງການ ປ້ອງກັນສຸຂພາບຂອງອັງກິດ ເວົ້າວ່າມີ5ກໍຣະນີ ທີ່ມີການຢືນຢັນວ່າ ຄົນຕິດເຊື້ອໄຂ້ຫວັດໝູ ໃນເຂດ Wales ທີ່ໃຊ້ຢາ Oseltamivirແລ້ວ ຍັງມີອາການຕ້ານທານ ກັບຢານັ້ນຢູ່.
ມະນີຈັນ
2009.11.25

ທ່ານ Thomas Abraham ໂຄສົກ WHO ກ່າວວ່າພວກທ່ານ ຈໍາຕ້ອງສຶກສາເບີ່ງ ຣາຍງານກ່ຽວກັບ ກໍຣະນີນັ້ນຢ່າງຖີ່ຖ້ວນ ແລະວ່າ ເທົ່າທີ່ທ່ານຮູ້ ກໍມີຄວາມເປັນໄປໄດ້ຢູ່ ເລື້ອງການຕ້ານທານຕໍ່ຢາ Tamifluແຕ່ກໍຍັງບໍ່ມີສີ່ງ ຢືນຢັນຢ່າງ ຈະແຈ້ງເທື່ອ.

ເຊື້ອໂຣກໄຂ້ຫວັດໝູ ໄດ້ເອົາຊີວິດຄົນແລ້ວ ຢ່າງໜ້ອຍ6770ຄົນ ໃນທົ່ວໂລກ. ຕາມຂໍ້ມູນຂອງ WHO ຄົນທີ່ຕິດເຊື້ອສ່ວນຫລາຍ ຈະສະແດງອາການ ຕ່າງໆບໍ່ຮ້າຍແຮງ ເຊັ່ນວ່າອາການເຈັບປວດ ຫລືເປັນໄຂ້ຄີງຮ້ອນ ແຕ່ສາມາດ ເຊົາໂດຍບໍ່ຕ້ອງ ປີ່ນປົວເປັນພິເສດ.

WHO ເວົ້າວ່າເວລານີ້ ກໍາລັງສຶກສາເບີ່ງວ່າ ການກາຍພັນ ໃນເຊື້ອໄຂ້ຫວັດໝູ ທີ່ພົບຢູ່Norway ເຮັດໃຫ້ມີອາການ ທີ່ຮ້າຍແຮງຕ່າງໆ ຫລືບໍ່? ໃນພວກຄົນ ທີ່ຕິດເຊື້ອ. ສະຖາບັນສຸຂພາບ Norwayເວົ້າວ່າ ການກາຍພັນຂອງເຊື້ອໂຣກ ໄຂ້ຫວັດໝູ ສາມາດເຮັດໃຫ້ ເຊື້ອໂຣກນັ້ນເຂົ້າໄປ ໃນຣະບົບ ຫາຍໃຈຂອງຄົນ ເຮັດໃຫ້ຄວາມເຈັບເປັນ ໜັກໜ່ວງຂຶ້ນ ຊຶ່ງນັ້ນກໍເປັນ ບັນຫາ ທີ່ສໍາຄັນຊຶ່ງທ່ານ Abraham ເວົ້າວ່າ WHO ພວມສຶກສາເບິ່ງ.

ໄດ້ພົບ4ກໍຣະນີ ທີ່ເຊື້ອໄຂ້ຫວັດໝູ ກາຍພັນໃນຄົນເຈັບຢູ່ Norway ພາຍຫລັງ ພົບກໍຣະນີ ທີ່ຄ້າຍກັນນັ້ນ ຢູ່ປະເທດອຶ່ນໆ ນັບແຕ່ເດືອນເມສາ ມາຄືຢູ່Brazil ຈີນ ຍີ່ປຸ່ນ Ukrain ແລະ ສະຫະຣັຖ ອະເມຣິກາ.

ພ້ອມດຽວກັນWHO ກໍລໍຖ້າລາຍລະອຽດ ຈາກທາງການາດາ ພາຍຫລັງທີ່ມີ ບາງເຂດແຂວງ ເຊົາໃຊ້ຢາວັກຊີນ ປ້ອງກັນເຊື້ອໄຂ້ຫວັດໝູ ຫລັງຈາກທີ່ມີ6ຄົນ ທີ່ໃຊ້ນັ້ນມີອາການ ແພ້ຢາວັກຊີນນັ້ນ ຢ່າງແຮງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.