ອັດຕຣາ ແມ່ ແລະ ເດັກ ເສັຍຊີວິດ ໃນເຂດຊົນນະບົດ ຍັງມີຫລາຍ

ອັຕຣາ ການຕາຍ ຂອງຜູ້ຍີງ ແລະ ເດັກນ້ອຍ ໃນເຂດຊົນນະບົດ ຂອງລາວ ຍັງສຸງຢູ່ ອີງຕາມ ຄຳໃຫ້ການ ຂອງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ.

ນັກ​ວີ​ຊາ​ການ ຈາກ​ສະຖາ​ບັນ ສາທາຣະນະ​ສາດ ກະຊວງ​ສາທາຣະນະ​ສຸກ​ທີ່​ນະຄອນຫລວງ​ວຽງ​ຈັນ​ ກ່າວ​ວ່າ ອັຕຣາການ​ຕາຍ​ຂອງ​ຜູ້​ຍີ​ງ​ແລະ​ເດັກນ້ອຍ ​ໃນ​ເຂດ​ຊົນ​ບົດ​​ໃນ​ລາວ ຍັງ​ສູງ​ຢູ່ ​ເພາະ​ຂາດ​ກາ​ນສື​ກສາ​ແລະ​ຂາດ​ຄວາມ​ຮຸ້​ແລະ​ຄວາມ​ເຂົ້າທາງ​ດ້ານ​ສຸຂອານາ​ມັຍ ​ໃນ​ການ​ດຳຣົງຊີ​ວີ​ດປະຈຳ​ວັນ. ດັ່ງ​ທ່ານ​ກ່າວ​ໃນ​ຕອນ​ນື່ງວ່າ:

"ອັຕຣາ ການ​ຕາຍ ​ກໍ່​ສູງ​ທີ່​ສຸດ ​ຖ້າ​ທຽບ​ໃສ່ ​ພາກ​ພື້ນ ​ແມ່​ຍີ​ງຕາຍ ​ຈະ​ມີ 405/100,000 ຄົນ ສ່ວນ​ຫລາຍ​ກໍ່​ເລືອດ​ອອກ ​ໃນ​ເວລາ​ອອກລູກ ​ເກີດ​ລູກ ​ຢູ່​ເຮືອນ ​ໂດຍສະເພາະ ​ແມ່​ຍີ​ງ ຢູ່​ຊົນນະບົດ."

ທ່ານ​ວ່າ ຜູ້​ຍີ​ງທີ່​ຕາຍ​ນັ້ນ ສ່ວນ​ໃຫຍ່ ຈະ​ແມ່ນ​ໃນ​ເວລາ​ຄອດລູກ ຍອ້ນ​ເລືອ​ດອອກ​ຫລາຍ ພວກ​ເຂົາ​ຈະ​ຄອດ​ກັນທີ່​ບ້ານ​​ໂດຍ​ລຳພັງ ​ເພາະມີຄວາມສດວກກວ່າ ​ທີ່​ຈະ​ເດີນທາງ​​ໄປຄອດ​ທີ່​ສຸຂສາລາ ​ເນື່ອງຈາກ​ຣະຍະ​ທາງ​​ຫ່າງ​ໃກ​ແລະ​ກັນດານ ກອ່ນຈະ​ໄປ​​ເຖີງ​ສຸກສາລາ. ສຳລັບ ອັຕາ​ການ​ຕາຍ​ຂອງ​ເດັກນ້ອຍ ​ໃນ​ເຂດ​ຊົນະ​ບົດ​ນັ້ນ ກໍ່​ຍັງ​ສູງ​ຢູ່ ​ເຫມືອນ​ກັນ ທ່ານ​ກ່າວ​ກ່ຽວ​ກັບ ການ​ຕາຍ​ຂອງ​ເດັກນ້ອຍ​ ​ໃນ​ເຂດ​ຊົນນບົດ​ວ່າ:

“ເດັກນ້ອຍ​ ອາຍຸ ​ລຸ່ມ​ກວ່າ ​ນື່ງປີ ກໍ່​ຈະ​ມີ ​ປະມານ​ການ​ຕາຍ ​ເຖີງ 70/1000 ຄົນ ​ເດັກ​ ທີ່​​ເສັຽຊີ​ວີ​ດ ສ່ວນ​ໃຫຍ່ ຈະ​ຕີ​ດ​ເຊື້ອ​ໂຣຄ ປະ​ເພດ​ຕ່າງໆ ຂາດ​ການ​ໂຄ​ສະນາ​ ພູມ​ຕ້ານທານເຊື້​ອ ກໍ່​ຈະ​ລຸດລົງ ​ໂຣຄພວກ parasite ກໍ​ສູງ​ເຖີງ 50% ​ໃນ​ກຸ່ມ​ເດັກນ້ອຍ.

ປັດຈຸບັນ ຫນ່ວຍ​ງານ ​ດ້ານ​ສາທາຣະນະ​ສຸກ ​ຂອງຣັຖບານ ກໍ່​ມີ​ໂຄງການ ​​ເພື່ອແກ້​​ໄຂບັນຫາ ​ດັ່ງກ່າວ ​ແຕ່​ກໍ່ ບໍ່​ສາມາດ ​ລົງ​ພື້ນທີ່​ ໃຫ້ທົ່ວ​ເຖີງ​ໄດ້ ​ເ​ພາະການ​ຄົມມະນາຄົມ ​ແລະ ​ການ​ຕິດ​ຕໍ່​ ໃນ​ເຂດ​ສອກຫລີກ​ແລະ​ ຫ່າງ​​ໄກ ຂອງ​ລາວ ​ຍັງ​ມີ​ຄວາ​ມລຳບາກ​ຢູ່.