ລາວຕ້ອງການວັກຊິນ ກັນໄຂ້ຫວັດໝູເພີ້ມ
2010.06.02
ເຈົ້າໜ້າທີ່ ຫ້ອງການສັກຢາ ກັນພຍາດ ແຫ່ງຊາດລາວ ເປີດເຜີຍວ່າ ປະຊາຊົນລາວ ໃນທົ່ວປະເທດ ທີ່ມີຄວາມສ່ຽງ ຕໍ່ການທີ່ຈະຕິດ ເຊື້ອ ໄຂ້ຫວັດໝູ ຄື ແພດໝໍ, ແມ່ຍິງຖືພາ ແລະ ຜູ້ປ່ວຍຊຳເຮື້ອ ມີຄວາມສົນໃຈ ມາສັກຢາປ້ອງກັນ ຈຳນວນຫລາຍແລະ ປະຊາຊົນທົ່ວໄປ ກໍຕ້ອງການສັກຢາ ປ້ອງກັນເຊັ່ນກັນ. ທ່ານເວົ້າວ່າ:
"ສີດວັກຊິນ ໄປໄດ້ສອງ ສັປດາແລ້ວ ການຕອບຮັບກໍດີ ຜົນຕອບຮັບດີ ວັກຊິນທີ່ນີ້ ຈຶ່ງບໍ່ພໍ ບຸດດຽວໝົດ ປະຊາຊົນຫລື ວ່າຊາວບ້ານໄດ້ ຮັບຂໍ້ມູນ ແລະຄວາມສົນໃຈ ເປັນພິເສດ".
ດັ່ງນັ້ນກະຊວງ ສາທາຣະນະສຸຂ ຈຶ່ງໄດ້ສເນີ ຂໍວັກຊິນ ນຳອົງການ ອະນາໄມໂລກ ຕື່ມອີກ ຊຶ່ງຄາດວ່າ ຖ້າໄດ້ວັກຊິນ ຕື່ມອີກ 6 ແສນເຂັມ ຄົງຈະພຽງພໍ. ແຕ່ໃນຊຸດນີ້ ອາດຈະໄດ້ຮັບ ຕື່ມອີກປະມານ 4 ແສນເຂັມ ໃນໄວໆນີ້ ທ່ານວ່າ:
"ຂໍໄປຫລາຍຢູ່ ປະມານ 5-6 ແສນໂດສ ແຕ່ບໍ່ຮູ້ເພີ່ນ ຈະສະໜອງໃຫ້ ເທົ່າໃດ ອະນາໄມໂລກນະ ເພີ່ນຕອບຮັບຢູ່ ອາດຈະໄດ້ ປະມານ 4 ແສນໂດສ ເພີ່ນກຳລັງ ຕຽມຈັດຫາໃຫ້ຢູ່ ສິບໍ່ດົນດອກ ປະມານ 2 ອາທິດຄືສິ ສົ່ງການຊ່ວຍເຫລືອ ມາຈາກປະເທດ ຝຣັ່ງເສດ".
ທ່ານເວົ້າຕື່ມວ່າ ວັກຊິນທີ່ຈະ ໄດ້ຮັບໃໝ່ນີ້ ຈະໄດ້ແຈກຢາຍ ໃຫ້ແຂວງຕ່າງໆ ສະເລັ່ຽຕາມ ຈຳນວນປະຊາຊົນ ຂອງແຕ່ລະແຂວງ ເຊັ່ນເຄີຍ ໂດຍທີ່ກູ່ມເປົ້າ ໝາຍໃໝ່ນີ້ ອາດຈະເປັນນັກຮຽນ ທີ່ມີຄວາມສ່ຽງ ແລະໂຮງຮຽນ ທີ່ເຄີຍມີຜູ້ ເຈັບປ່ວຍ ໄຂ້ຫວັດໝູ ມາກ່ອນ. ນອກຈາກນັ້ນ ກໍອາດຈະສີດ ປ້ອງກັນ ໃຫ້ຄົນທົ່ວໄປ.









