ຄວາມທຸກຍາກ ໃນເຂດພູດອຍ
2010.07.01
ແຂວງຄໍາມ່ວນ ຊຶ່ງມີການຂຍາຍຕົວ ທາງເສຖກິດ-ສັງຄົມ ໃນລະຍະທີ່ ຜ່ານມາ ຍັງມີບັນຫາ ໃນການແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ ທີ່ເກີດຈາກການຂາດ ໂຄງສ້າງພື້ນຖານ ຍ້ອນປະຊາຊົນ ເຫລົ່ານັ້ນອາສັຍ ຢູ່ໃນເຂດພູດອຍ ເຮັດໃຫ້ຫນ່ວຍງານ ບາງພາກສ່ວນ ບໍ່ໃຫ້ຄວາມສົນໃຈ ໃນການຊ່ວຍເຫລືອ ແລະໃນການພັທນາ ເທົ່າທີ່ຄວນ. ຕາມຄໍາເວົ້າຂອງ ທ່ານ ຄໍາໃບ ຄໍາຣັສ ເຈົ້າແຂວງແຂວງ ຄໍາມ່ວນ:
"ບາງບັນຫາ ມີລັກສນະ ຈຸດສຸມ ຕິດພັນກັບການ ແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ ບັນດາເຜົ່າ ຢູ່ແຂວງຄໍາມ່ວນ ໃນລະຍະທີ່ ຜ່ານມາ ກໍຍັງເປັນເຂດ ພູດອຍຊົນນະບົດ ຈໍານວນນຶ່ງ ທີ່ເຫັນວ່າ ຍັງມີຄວາມຫຍຸ້ງຍາກ ຫລາຍເຊັ່ນ ຢູ່ເມືອງບູຣະພາ ແລະຢູ່ເມືອງນ່າໄກ່ ເປັນເມືອງພູດອຍ ແລະຫ່າງໄກຊອກຫລີກ".
ທ່ານ ຄໍາໃບ ກ່າວຕໍ່ໄປວ່າ ການກໍ່ສ້າງໂຄງຮ່າງ ພື້ນຖານ ມີບັນຫາ ເລື່ອງ ການສ້າງ ຖນົນຫົນທາງ ຈາກໝູ່ບ້ານ ໄປຮອດຕົວເມືອງ ຊຶ່ງປະຊາຊົນ ບໍ່ມີຖນົນ. ເຖິງແມ່ນວ່າ ຈະມີຖນົນຢູ່ແລ້ວ ແຕ່ກໍທຽວໄດ້ ພຽງຣະດູດຽວ ເຮັດໃຫ້ປະຊາຊົນ ບໍ່ສາມາດນໍາ ຜົລຜລິດຂອງຕົນ ອອກສູ່ຕລາດໄດ້. ສ່ວນຣະບົບ ຊົລປະທານ ຫລືການກໍ່ສ້າງໃໝ່ ບາງເມືອງ ຍັງບໍ່ໄດ້ຮັບ ການພັທນາ ຫລືສ້ອມແຊມ ປັບປຸງຣະບົບ ຊົລປະທານ ທີ່ເສັຽຫາຍ. ສ່ວນເລື່ອງການຂຍາຍ ຣະບົບໄຟຟ້າ ໃນເຂດຫ່າງໄກ ສອກຫລີກ ກໍຍັງມີຄວາມ ຊັກຊ້າຢູ່ຫລາຍ.
ບັນຫາຕ່າງໆ ທີ່ປະຊາຊົນ ໃນເຂດ ຫ່າງໄກສອກຫລີກ ຂອງແຂວງຄໍາມ່ວນ ປະສົບຢູ່ນີ້ ທາງແຂວງກໍໄດ້ ຍື່ນເລື່ອງ ໄປຍັງໜ່ວຍງານ ທີ່ກ່ຽວຂ້ອງ ທັງພາຍໃນແຂວງ ແລະ ທາງນະຄອນຫລວງ ວຽງຈັນ ເພື່ອໃຫ້ມີການ ພັທນາ ພື້ນຖານໂຄງຮ່າງ ດ້ານຖນົນຫົນທາງ ຮວມເຖິງດ້ານການ ສຶກສາ ແລະ ສາທາຣະນະສຸກ ເພື່ອຜົລປະໂຫຍດ ຂອງປະຊາຊົນ ໃນທຸກໆໝູ່ບ້ານ ເຂດຫ່າງໄກ ຂອງແຂວງຄໍາມ່ວນ.









