ເຊື້ອໄຂ້ຫວັດໃຫຍ່ ກຳລັງແຜ່ຂຍາຍ ຢ່າງຊ້າໆ ໃນລາວ

ນັກຮຽນປະຖົມ ໃນລາວ ຕິດເຊື້ອໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ຮວມ5ຄົນແລ້ວ ຈາກສັປດາຜ່ານມາ ເຮັດໃຫ້ມີທັງໝົດ 31ຄົນ

ບາງກອກປະເທດໄທ ເດັກນ້ອຍນັກຮຽນ ໃສ່ໜ້າກາກປ້ອງ ກັນເຊື້ອໂຣກຕິດຕໍ່ ໃນຕອນທີ່ອອກໄປ ທັສນະສຶກສາ ຫໍພິພິທພັນ ວິທຍາສາຕ ໃນວັນທີ14 ກໍຣະກະດາ2009 ໃນຂນະທີ່ເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ ໄດ້ແຜ່ຂຍາຍໄປ ທົ່ວທຸກປະເທດ ແບບບໍ່ສາມາດ ຈະຢຸດຢັ້ງໄດ້ ໃນທຸກປະເທດ ຕ້ອງມີວັກຊີນ ໄວ້ສັກປ້ອງກັນ ແລະປິ່ນປົວ ຖ້າຖືກຄຸກຄາມ ຈາກພຍາຕດັ່ງກ່າວ Photo: AFP

ຜູ້ຕິດເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ໃນລາວ ຣາຍໃຫມ່ ເປັນນັກຮຽນ ໃນໂຮງຮຽນ ເອກກະຊົນ ຊັ້ນປະຖົມ ໃນເຂດນະຄອນຫລວງ ວຽງຈັນ ເພິ່ມອີກ2ຄົນ ທີ່ເຊື້ອຕິດຈາກ ນັກຮຽນຄົນທໍາອິດ ທີ່ຕິດເຊື້ອຈາກ ຕ່າງປະເທດ. ແຕ່ອາທິດທີແລ້ວ ມາຮອດມື້ນີ້ ມີນັກຮຽນປະຖົມ ຕິດເຊື້ອຮວມ5ຄົນ ເຮັດໃຫ້ຈຳນວນ ຜູ້ຕິດເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 A-H1N1 ເພີ່ມຂຶ້ນເປັນ 31ຄົນ.

ຂນະດຽວກັນ ກະຊວງ ສາທາຣະນະສຸກ ກໍໄດ້ພົບກັບ ຜູ້ປົກຄອງ ແລະໄດ້ແນະນຳວ່າ ບໍ່ໃຫ້ ເດັກອອກຈາກບ້ານ ຈົນກວ່າແພດໝໍ ຈະຢືນຢັນວ່າ ຫາຍດີບໍ່ມີໄຂ້ ອາການ ປົກກະຕິແລ້ວ  ເພາະອາຈສ່ຽງຕໍ່ ການນໍາເຊື້ອໄຂ້ ໄປແຜ່ໃສ່ຄົນອຶ່ນ.

ນອກຈາກນັ້ນຍັງ ເພີ້ມຄວາມຮູ້ເລື້ອງ ໄຂ້ຫວັດໃຫຍ່ ສາຍພັນໃໝ່ ແກ່ຜູ້ປົກຄອງ ໃຫ້ປະຕິບັດ ຕາມອີກດ້ວຍ. ດຣ. ແພງຕາ ວົງພະຈັນ ຫົວໜ້າ ສູນຣະບາດ ວິທຍາ ໃນນະຄອນຫລວງ ວຽງຈັນກ່າວວ່າ:

"ນັກຮຽນທີ່ຮຽນ ໜັງສືນໍາກັນ ແປວ່າປະມານ 5ຄົນ ຮູ້ວ່າສັມຜັດ ກັບພວກທີ່ຕິດເຊື້ອ ມາຈາກນອກປະເທດ ມັນກໍຍັງບໍ່ທັນ ເຫັນວ່າມີການ ແຜ່ຣະບາດໃຫຍ່ເທື່ອ ກໍວ່າມີສະເພາະ ຫ້ອງດຽວ."

ເລື້ອງມາຕການ ສັ່ງປິດໂຮງຮຽນ ທີ່ຢູ່ໃນກຸ່ມສ່ຽງ ກະຊວງ ສາທາຣະນະສຸກ ຈະເບີ່ງເປັນ ກໍຣະນີໄປວ່າ ຈໍາເປັນຕ້ອງປິດ ຫລືບໍ່ ແຕ່ຂໍໃຫ້ຄຣູ ເຈົ້າໜ້າທີ່ປະຈໍາ ໂຮງຮຽນ ສັງເກດພຶດຕິກັມ ຂອງນັກຮຽນໃຫ້ດີ ແລະຣາຍງານໂດຍກົງ ຕໍ່ທາງຫ້ອງການ ປະສານງານຕ້ານ ແລະຄວບຄຸມພຍາດ ຕິດຕໍ່ແຫ່ງຊາດ. ພ້ອມດຽວກັນ ຈະຕ້ອງທໍາຄວາມ ສະອາດ ຂ້າເຊື້ອໂຣກ ໃຫ້ໄດ້ຕາມມາຕຖານ.

ສ່ວນໃນສໍານັກງານ ແລະ ສະຖານທີ່ອຶ່ນໆ ກໍໃຫ້ມີການ ກວດກາພາຍໃນ ແລະປະຕິບັດ ຕາມນະໂຍບາຍ ເຝົ້າຣະວັງເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ A H1N1 ທີ່ກະຊວງ ສາທາຣະນະສຸກ ໄດ້ອອກປະກາດໄປນັ້ນ. ທ່ານກ່າວຕໍ່ໄປວ່າ:

"ນະໂຍບາຍດຽວນີ້ ກໍໃຫ້ແຕ່ລະໂຮງຮຽນ ແຕ່ລະສໍານັກງານ ອົງການຕ່າງໆ ຕິດຕາມເຝົ້າຣະວັງ ຖ້າມີນັກຮຽນ ຂາດໂຮງຮຽນ ມີພນັກງານຂາດການ ກໍໃຫ້ມີການ ຕິດຕາມເບີ່ງວ່າ ເຫດຜົລຂອງການຂາດ ຍ້ອນຫຍັງ."

ສໍາລັບບ່ອນທີ່ສ່ຽງ ຕໍ່ການແຜ່ຣະບາດ ຂອງເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ຄືສຖານທີ່ຊຸມຊົນ ຕລາດ ສຖານີຣົຖໂດຍສານ ໂຮງຮຽນ. ທີ່ດ່ານຊາຍແດນ ທາງບົກ ສນາມບິນ ຊຶ່ງທາງກະຊວງ ສາທາຣະນະສຸກ ກໍຂໍໃຫ້ປະຊາຊົນ ໃສ່ໜ້າກາກ ປິດດັງປິດປາກ ຮັກສາຄວາມສະອາດ ແລະ ຣາຍງານອາການ ເຈັບປ່ວຍຂອງຕົນ ຕໍ່ເຈົ້າໜ້າທີ່ ຊາຍແດນ ຕາມຄວາມຈິງ. 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org