ຣະດົມ ປະຊາຊົນ ໃຫ້ໃຊ້ ນໍ້າສະອາດ ພາຍຫລັງ ນໍ້າຖ້ວມ

ເຈົ້າໜ້າທີ່ ທາງກາຣກ່ຽວຂ້ອງ ຂອງລາວ ແນະນຳ ໃຫ້ປະຊາຊົນ ໃຊ້ແຕ່ ນ້ຳທີ່ສະອາດ ຫລັງຈາກ ນ້ຳຖ້ວມ ເພື່ອຄວາມປອດໄພ ແກ່ສຸຂພາບ.

ຫລັງ​ຈາກ ສະພາບ​ນ້ຳຖ້ວມ​ ໄດ້​ບົກ​ແຫ້ງ​ລົງ ​ເປັນ​ປົກ​ຕິ ​ແລ້ວນັ້ນ ທາງ​ກາຣ ກ່ຽວຂ້ອງ ​ຂອງ​ລາວ​ ກໍ​ສືບ​ຕໍ່​ ແນະນຳ ​ໃຫ້​ປະຊາຊົນ​ ໄດ້​​ໃຊ້​ ແຕ່​ນ້ຳທີ່​ສະອາດ ​ແລະ ​ເຖີງ​ແມ່ນ​ວ່າ ​ນ້ຳ​ໃຊ້​ນັ້ນ ຈະ​ເປັນ​ ນ້ຳບາ​ດາລ ບໍ່​ນ້ຳສ້າງ ນ້ຳຂອງ​ ຫລື​ ຕາມ​ແມ່ນ້ຳສາຂາ​ ຕ່າງໆ​ກໍ​ຕາມ ຄວນ​ຈະ​​ ແກວ່ງ​ຫີນ​ສົ້ມ ​ໃຫ້​ໃສ​ເສັຽກ່ອນ ພ້ອມ​ຄວນ​ຕົ້ມ ​ໃຫ້​ຟົດ ​ແລະ ​ສຸກ​ຕາມ ​ມາຕຖານ ​ກ່ອນ​ຈະ​ນຳ​ໄປ ​ບໍຣິ​ໂພຄ ດັ່ງ​ເຈົ້າໜ້າ​ທີ່ ​ຈາ​ກກະຊວງ​ສາທາຣະນະ​ສຸຂ ຜູ້​ໜື່ງ ​ໄດ້​ກ່າວ​ວ່າ:

"ຂໍ​ໃຫ້ ຣະມັດຣະວັງ ຂໍ​ໃຫ້​ດື່ມ ນ້ຳສະອາດ ກາຣຊອກ​ຫາ ນ້ຳສະອາດ ​ກໍ​ແມ່ນ ​ນ້ຳດື່ມ​ບໍຣິສຸທ ຖ້າວ່າ​ບໍ່​ມີນ້ຳດື່ມ​ ກໍ​ໃຊ້​ນ້ຳຂອງ​ ຫລື ​ນ້ຳຝົນ ​ແຕ່​ວ່າ ​ຕ້ອງ​ໃຫ້​ໄດ້ ​ມັນ​ໃສ"

ເຈົ້າໜ້າ​ທີ່​ລາວ ​ດັ່ງກ່າວ ​ໄດ້​​ເນັ້ນວ່າ: ຖ້າ​ປະຊາຊົນ ​ຫາກ​ນຳ​ເອົາ​ນ້ຳຈ າກ​ແມ່ນ້ຳລຳ​ຄອງ ​ຕ່າງໆ ​ມາ​ໃຊ້​ນັ້ນ ກໍ​ຢາກ​ໃຫ້​ ກວດ​ສອບ​ ເບີ່​ງວ່າ ​ສະອາດ​ພຽງພໍ ​ຫລື​ບໍ ​ແລະ ​ໂດຽສະ​ເພາະ ​ຖ້າ​ຈະ​ເອົາ​ມາ ​ດື່ມ​ມາ​ກິນ​ກໍ​ຄວນ ​ຈະຕົ້ມ​ໃຫ້​ຟົດໆ​ ເພື່ອ​ຂ້າ​ເຊື້ອ​ໂຣຄ ຫລື ​ແບ​ຄທີ​ເຣັຽ ຕ່າງໆ ​ທີ່​ອາຈຈະ ​ກໍ່​ໃຫ້​ເກີດ ​ໂຣຄທີ່​ຮ້າຍ​ແຮງ​ຂື້ນ​ມາ ​ໄດ້ ​ໂດຽສະ​ເພາະ ​​ໃນ​ເຂ​ຕພື້ນ​ ທີ່​ຕາມ​ແຂວງ​ຕ່າງໆ ​ທີ່​ຢາກ​ໃຫ້ ປະຊາຊົນ​ ເອົາ​ໃຈ​ໃສ່ ​​ເພື່ອ​ປ້ອງ​ກັນ​ ເປັນ​ພິ​ເສດ ດັ່ງ​ທີ່​ທ່ານ ​ໄດ້​ກ່າວ ​ຢ້ຳອີກ​ວ່າ:

"ຣະຍະ​ນີ້​ ກໍ​ອາຈຈະ​ຂາດ​ເຂີນ ​ເປັນນ້ຳ ທາງ​ແຜນກ ສາທາຣະນະ​ສຸຂ ຢາກ​ຈະ​ ຂໍ​ແນະນຳ ​ໃຫ້​ປະຊາຊົນ​

ຢູ່ ​ບ່ອນທີ່ ​ມີນ້ຳຖ້ວມ​ນັ້ນ​ ເອົາ​ໃຈ​ໃສ່ ​ເຣື່ອງກາຣປ້ອງ​ ກັນ​ຮັກສາ ​ສຸຂພາບ"

​ເຖີງຢ່າງ​ໃດ​ກໍ​ຕາມ ​ເຊື້ອ​ໂຣຄ ຕ່າງໆ​ ທີ່​ທາງ​ເຈົ້າໜ້າ​ທີ່ ​ວ່າ ​ມັກ​ຈະ​ມາ​ກັບ ​ນ້ຳສົກ​ປົກ​ ຫລື ມາ​ກັບ​ນ້ຳຖ້ວມ​ນັ້ນ ກໍ​ປະກອບ​ດ້ວຍ​ເຊື້ອ​ໂຣຄ ຕາ​ແດງ ຖອກທ້ອງ ອະຫິວາ ຍ່ຽວ​ໜູ ຕີນ​ມື​ເປື່ອຽ ​ແລະ​ ອື່ນໆ​ຫລາຍ​ຊນິດ​ນຳ​ດ້ວຍ​.