ຣັຖບານລາວວ່າ ປະຊາຊົນ ຄວນຊື້ ປະກັນສຸຂພາບ

ຣັຖບານລາວ ຢາກໃຫ້ ປະຊາຊົນ ຊື້ ປະກັນສຸຂພາບ ເພື່ອໃຫ້ຜູ້ປະກອບການ ປະກັນສຸຂພາບ ມີງົປມານພຽງພໍ ແລະ ມີປະສິດທິພາບ ໃນການປິ່ນປົວ

0:00 / 0:00

ເຈົ້າໜ້າທີ່ ສາທາຣະນະສຸກ ເວົ້າວ່າ ທາງການລາວ ພວມທົບທວນ ນະໂຍບາຍ ສຸຂພາບ ຂອງປະຊາຊົນ ພາຍຫລັງ ທີ່ມີຣາຍງານ ອອກມາວ່າ ປະຊາຊົນ ທີ່ຊື້ ປະກັນ ປິ່ນປົວສຸຂພາບ ມີຈໍານວນໜ້ອຍດຽວ ເທົ່ານັ້ນ, ອີງຕາມຣາຍງານ ຂອງໜັງສືພິມ ວຽງຈັນ ທາມສ໌ ຂອງລາວ ໃນມື່ວັນທີ 7 ທັນວາ ນີ້.

ຄນະຣັຖບານ ພວມພິຈາຣະນາ ມາຕການໃໝ່ ເພື່ອສົ່ງເສີມ ໃຫ້ປະຊາຊົນລາວ ໝົດທຸກຄົນ ຊື້ ປະກັນສຸຂພາບ, ຊຶ່ງເປັນສ່ວນນຶ່ງ ຂອງຄວາມພຍາຍາມ ເພີ້ມງົປມານ ຂອງໂຄງການ ການປະກັນສຸຂພາບ. ປັດຈຸບັນ, ເຈົ້າໜ້າທີ່ ກໍາລັງ ກວດກາ ຮ່າງຂໍ້ກໍານົດ ຂອງ ນາຍົກ ຣັຖມົນຕຣີ ກ່ຽວກັບ ປະກັນສຸຂພາບ, ຊຶ່ງຂໍ້ກໍານົດ ດັ່ງກ່າວ ຈະໃຫ້ອໍານາດ ແກ່ຄນະບໍຣິຫານ ຂັ້ນທ້ອງຖິ່ນ, ເມືອງ ແລະ ຂັ້ນແຂວງ ເພື່ອສົ່ງເສີກ ປະຊາຊົນ ທີ່ດໍາເນີນ ທຸຣະກິຈສ່ວນຕົວ ໃຫ້ຊື້ ປະກັນສຸຂພາບ ເພາະວ່າ ຂະເຈົ້າ ຈະໄດ້ຮັບການປິ່ນປົວລ້າ ໃນເວລາ ປ່ວຍ.

ປັດຈຸບັນ ມີພຽງ 10 ສ່ວນຮ້ອຍ ຂອງປະຊາຊົນ ທີ່ຊື້ປະກັນສຸຂພາບ ແລະ ສ່ວນຫລາຍ ແມ່ນຜູ້ທີ່ ເປັນໂຣກທີ່ປົວຍາກ, ຊຶ່ງເປັນພາລະ ຢ່າງໜັກໜ່ວງ ໃຫ້ແກ່ຜູ້ປະກອບການ ດ້ານປະກັນສຸຂພາບ. ແລະ ທຶນ ຂອງຜູ້ປະກອບການ ປະກັນສຸຂພາບ ກໍບໍ່ພຽງພໍ.

ອີງຕາມຂໍ້ມູນ ຈາກຕົວແທນ ຈໍາໜ່າຍ ປະກັນສຸຂພາບແລ້ວ, ຜູ້ປະກອບການ ປະກັນສຸຂພາບ ມີຣາຍໄດ້ ພຽງເລັກນ້ອຍ ຈາກ ຜູ້ທີ່ຊື້ ປະກັນສຸຂພາບ ທີ່ມີຈໍານວນໜ້ອຍ ແລະ ຈ່າຍຄ່າປະກັນພັຍຕໍ່າ. ຖ້າຫາກວ່າ ທຸກໆຄົນ ຊື້ ປະກັນສຸຂພາບ ກໍຈະຊ່ອຍໃຫ້ ບໍຣິສັດດັ່ງກ່າວ ມີງົປມານເພີ້ມຂຶ້ນ ແລະ ກໍຈະສາມາດ ພັທນາ ໂຮງໝໍ ແລະ ປິ່ນປົວສຸຂພາບ ປະຊາຊົນ ໃຫ້ໄດ້ດີກ່ວາ.