ຍິງລາວເຂົ້າຝຶກ ເປັນຜູ້ຊ່ວຍທໍາຄອດ

ແມ່ຍິງລາວ ຫລາຍສິບຄົນ ກໍາລັງເຂົ້າ ອົບຮົມຮຽນຮູ້ ເປັນຜູ້ຊ່ວຍ ໃນການອອກລູກ ອັນຈະເຮັດໃຫ້ ການເສັຍຊີວິດ ຂອງຜູ້ເປັນແມ່ ແລະລູກນ້ອຍ ຫລຸດໜ້ອຍລົງ.
ຈໍາປາທອງ
2010.10.11

ກົດຟັງສຽງ

ປະເທດລາວ ເປັນປະເທດນຶ່ງ ໃນຂົງເຂດ ທີ່ມີອັດຕຣາການ ເສັຍຊີວິດ ຂອງຜູ້ເປັນແມ່ສູງທີ່ສຸດ. ຕາມລາຍງານຂອງ ອົງການ IRIN. ຕາມຂໍ້ມູນຂອງ ກອງທຶນ ເພື່ອ ປະຊາກອນ ຂອງ ສະຫະປະຊາຊາດ ຫລື UNFPA ທີ່ສນັບສນູນ ໂຄງການ ຂອງຣັຖບານລາວ ຢູ່ ສປປລາວ ໃນແຕ່ລະມື້ ແຕ່ລະ 2 ຄອບຄົວໃດ ມີຜູ້ເປັນແມ່ນຶ່ງຄົນ ເສັຍຊີວິດ ແລະ ເດັກນ້ອຍ ເກີດໃໝ່ ໃນແຕ່ລະ 20 ຄົນໃດ ເສັຍຊີວິດ 1 ຄົນ.

ທ່ານ Monir Islam ຫົວໜ້າກົມຊ່ວຍ ແມ່ຍິງຖືພາ ຂອງອົງການ ອະນາໄມໂລກ ເວົ້າວ່າ ການອອກລູກ ໂດຍຄົນທີ່ບໍ່ໄດ້ຮັບ ການຝຶກອົບຮົມ ກ່ຽວກັບການ ເອົາລູກອອກ ນັ້ນ ຈະບໍ່ສາມາດ ຊ່ວຍແກ້ໄຂສິ່ງຕ່າງໆ ທີ່ເປັນ ອັນຕະລາຍ ໃນຣະຫວ່າງການເກີດລູກ ຢູ່ເຮືອນ ຫລື ຊ່ວຍເດັກນ້ອຍ ທີ່ຫາກໍ່ອອກມາໃໝ່ ໃຫ້ຫາຍໃຈ ອັນເປັນພາກ ສ່ວນນຶ່ງຂອງ ຄວາມຮັບຜິດຊອບ ທັງຕໍ່ການເສັຍຊີວິດ ຂອງຜູ້ເປັນແມ່ ແລະ ລູກທີ່ຫາກໍ່ ເກີດໃໝ່.

ນາງ Magdalen Drani ຄຣູຝຶກອົບຮົມ ຂອງກອງທຶນ ເພື່ອປະຊາກອນ ຂອງ ສະຫະປະຊາຊາດ ເວົ້າຕໍ່ອົງການ IRIN ວ່າ ການຊັກຊວນຄົນ ໃຫ້ຮູ້ເຖິງຄວາມ ສຳຄັນ ຂອງການຄອດລູກ ບໍ່ເປັນເຣື້ອງງ່າຍ. ບັນຫາທີ່ທ້າທາຍນັ້ນ ກໍຄືຖືກັນວ່າ ເປັນສິ່ງນຶ່ງ ທີ່ຜ່ານມາ ແຕ່ດົນນານແລ້ວ ແລະ ຜູ້ຄົນກໍບໍ່ເຫັນວ່າ ມັນເປັນສິ່ງທີ່ຈຳເປັນ        ຫລາຍທີ່ສຸດນັ້ນແທ້.

ກະຊວງ ສາທາຣະນະສຸກ ຂອງລາວເວົ້າວ່າ ຢູ່ລາວມີແມ່ຍິງ ຊ່ວຍຄອດລູກເກືອບ ເຖິງ 100 ຄົນ ສຳລັບພົລເມືອງ 6 ລ້ານ 2ແສນຄົນ. ແຕ່ສ່ວນຫລາຍ ບໍ່ໄດ້ຮັບການຝຶກ
ອົບຮົມຄວາມ ຮູ້ພື້ນຖານ ທາງດ້ານນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.