A/H1N1 ເປັນໂຣຄອັນຕຣາຍ ຕໍ່ເດັກທີ່ເລືອດ ຜິດປົກກະຕິ

ໄວຣັສໂຣຄໄຂ້ຫວັດໝູສາຍພັນ A/H1N1 ເປັນເຊື້ອໂຣຄ ທີ່ອັນຕຣາຍກວ່າເຊື້ອໂຣຄ ໄຂ້ຫວັດທັມມະດາ ໂດຽສະເພາະໃນກຸ່ມ ເດັກນ້ອຍທີ່ມີເລືອດ ຜິດປົກຕິ ຫລື Sickle cell.

0:00 / 0:00

ນັກສຳຣວຈວິຈັຍ ເຊື້ອໂຣຄ ຈາກມະຫາວິທຍາລັຍກາຣແພທ John Hopkins ໄດ້ເປີດເຜີຽຜົລຂອງ ກາຣວິຈັຍໃນມື້ວັນຈັນ ຜ່ານມານີ້ວ່າ ໃນຈຳນວນເດັກນ້ອຍ ທີ່ເປັນພຍາຄ Sickle cell 118 ຄົນ ທີ່ເປັນຫວັດແລະ ໄປຮັກສາປິ່ນປົວ ຢູ່ໂຮງພຍາບາລ John Hopkins ແຕ່ເດືອນກັນຍາ 1993 ຫາ ເດືອນພຶສຈິກາ 2009 ຜ່ານມານີ້ ມີ28ຄົນຕິດເຊື້ອໄວຣັສ A/H1N1 ທີ່ຣະບາດຂຶ້ນແຕ່ ເດືອນເມສາຜ່ານມານີ້ນັ້ນ.

ພ້ອມດຽວກັນນີ້ ຜົລຂອງກາຣສຳຣວຈ ວິຈັຍກໍແສດງ ໃຫ້ເຫັນອີກວ່າ ຈຳພວກເດັກນ້ອຍ ທີ່ເປັນໄຂ້ຫວັດ ທັມມະດາ ແລະໂຣຄໄຂ້ຫວັດໝູ A/H1N1 ມີສະພາບແບບດຽວກັນ ຕ່າງແຕ່ວ່າ ພວກທີ່ເປັນໄຂ້ຫວັດໝູ ສາຍພັນໃໝ່ນີ້ນັ້ນ ມີອາກາຣຮ້າຍແຮງກວ່າ ອາກາຣທີ່ເປັນໄຂ້ ທັມມະດາ ຊຶ່ງນອກຈາກມີ ຄີງຮ້ອນ ເປັນໄອຂີ້ມູກໄຫລ ນ້ຳລາຍຍ້ອຍແລ້ວນັ້ນ ພວກທີ່ເປັນ ພຍາທ Sickle cell ຍິ່ງມີອາກາຣ ໜັກຕື່ມອີກ ໂດຽສະເພາະທີ່ມີ ອາກາຣເຈັບໜ້າເອິກ ແລະອາຈເຖິງຂັ້ນ ອັນຕຣາຍເສັຽຊີວີຕ ຍ້ອນກໍເປັນໄດ້ ຖ້າຫາກບໍ່ນຳເຂົ້າ ຮັກສາປິ່ນປົວ ຢ່າງຮີບດ່ວນ.