ໄຂ້ຫວັດໝູ ອາດຈະຣະບາດ ຂື້ນໃໝ່ໃນລາວ

ຫ້ອງການປະສານ ຕ້ານແລະຄວບຄຸມ ພຍາດຕິດຕໍ່ ປະຈໍາກະຊວງ ສາທາຣະນະສຸຂ ກ່າວຕັກເຕືອນ ໃຫ້ຣະມັດຣະວັງ ໃຂ້ຫວັດໝູ ສາຍພັນ A/H1N1 ອາດຣະບາດ ຂື້ນໃນລາວ ຄັ້ງໃໝ່ ກໍເປັນໄດ້.
ສົມເນ
2010.02.04

ຕາມລາຍງານຈາກ ນະຄອນຫລວງ ວຽງຈັນ. ລາຍງານວ່າ ການຣະບາດ ທີ່ເກີດຂື້ນ ໃນປັດຈຸບັນ ພາຍໃນລາວ ມີລັກສນະ ກະຈັກກະຈາຍ ແຕ່ບໍ່ຮ້າຍແຮງ ເທື່ອ. ສ່ວນການຣະບາດ ຂື້ນຄັ້ງທໍາອິດນັ້ນ ໂດຍມາກແມ່ນເຊື້ອ ທີ່ຕິດມາຈາກ ຕ່າງປະເທດ. ກ່ຽວກັບການ ຮອງຮັບປິ່ນປົວ ຄົນປ່ວຍຕິດໂຣກ ໄຂ້ຫວັດໝູ ໃນປັດຈຸບັນນີ້ ລາຍງານວ່າ ຢູ່ຂັ້ນແຂວງ ກໍແມ່ນໂຮງໝໍແຂວງ ແລະ ເມືອງເປັນຜູ້ ຮັບຜິດຊອບ ຊົ່ວຄາວ. ສໍາລັບການ ຮອງຮັບຄົນປ່ວຍ ທີ່ຕິດເຊື້ອໂຣກ ຢູ່ໃນນະຄອນ ຫລວງວຽງຈັນ ນັ້ນໄດ້ແກ່ ໂຮງໝໍ4ແຫ່ງຄື: ໂຮງໝໍມະໂຫສົດ ໂຮງໝໍມິຕພາບ 250ຕຽງ ໂຮງໝໍທະຫານ 103ຕຽງ ແລະໂຮງໝໍ ເສດຖາທິຣາດ ແລະ ມີສູນວິຈັຍ ພຍາດແຫ່ງດຽວ ຄືສູນຣະບາດ ວິທຍາ.

ເຊື້ອໂຣກໄຂ້ຫັວດໝູ ໄດ້ຣະບາດຂື້ນ ໃນລາວ ມີຂື້ນເມືອ ວັນທີ 15 ມິຖຸນາ ປີ 2009 ມີຜູ້ຕິດ ເຊື້ອໂຣກ ທັງໝົດ297ຄົນ ເສັຽຊີວິດສອງຄົນ. ຢູ່ໃນນະຄອນ ຫລວງ ວຽງຈັນ ໃນລະຍະນັ້ນ ມີຜູ້ຕິດ ເຊື້ອໂຣກ180ຄົນ ແຂວງບໍຣິຄໍາໄຊ 44ຄົນ ເສັຽຊີວິດນຶ່ງຄົນ ແຂວງສວັນນະເຂດ ມີຫົກຄົນ ແຂວງຈໍາປາສັກ ມີສິບຫົກຄົນ ແຂວງອັຕປື ຫົກຄົນ ແຂວງວຽງຈັນຫ້າຄົນ ແຂວງເຊກອງຫ້າຄົນ. ແຂວງຫລວງພະບາງ ຄໍາມ່ວນ ບໍ່ແກ້ວ ຜົ້ງສາລີ ມີຜູ້ຕິດເຊື້ອໂຣກ ແຂວງລະສອງຄົນ ແຂວງຫລວງນໍ້າທາ ມີນຶ່ງຄົນ ແລະເສັຽຊີວິດນຶ່ງຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.