ແມ່ຍີງຖືພາໃນລາວ ຂາດການດູແລຈາກໝໍ

ການຮັກສາ ພຍາບານ ກ່ອນອອກລູກ ຂອງແມ່ຍີງ ຖືພາໃນລາວ ຢູ່ໃນ ຣະດັບຕໍ່າ ເຮັດໃຫ້ອັດຕຣາ ການຕາຍຂອງ ແມ່ຍິງ ແລະ ເດັກນ້ອຍ ເກີດໃຫມ່ ໃນລາວເພີ້ມຂື້ນ.

ປັດຈຸບັນ  ອັດຕຣາການ ຝາກທ້ອງ ໃນເວລາຖືພາ ຂອງແມ່ຍິງລາວ ມີພຽງແຕ່ 30% ເທົ່ານັ້ນ ຖືວ່າຍັງຢູ່ໃນ ຣະດັບຕ່ຳຫລາຍ ໂດຍສະເພາະ ຜູ້ຍິງຈາກເຂດ ຊົນນະບົດ ທີ່ຫ່າງໄກສອກຫລີກ ເນື່ອງຈາກການເຂົ້າ ເຖີງການບໍຣິການ ທາງດ້ານ ສາທາຣະສຸຂ ຈາກເຂດດັ່ງກ່າວ ໃນລາວ ຍັງມີຄວາມ ຫຍຸ້ງຍາກຍ້ອນການ ຄົມມະນາຄົມ ບໍ່ພຽງພໍ ແລະຣະບົບ ສາທາຣະນະສຸຂ ຂອງຣັຖບານລາວ ບໍ່ທົ່ວເຖິງ.

ເຈົ້າຫນ້າທີ່ ສາທາຣະນະສຸຂ ທ່ານນຶ່ງເວົ້າວ່າ ການຝາກທ້ອງຂອງ ແມ່ຍິງຖືພາ ກ່ອນຄອດລູກ ປາກົດວ່າ ຍັງຕ່ຳຢູ່ ຈຶ່ງເຮັດໃຫ້ ອັດຕຣາການຕາຍ ຂອງແມ່ຍິງຖືພາ ແລະເດັກທີ່ເກີດໃຫມ່ ເພີ້ມຂື້ນ ໃນປັດຈຸບັນ.

ທ່ານວ່າເຫດຜົລ ກໍ່ມີຫລາຍຢ່າງ ເຊັ່ນ: ຄວາມຫຍຸ້ງຍາກ ໃນການໄປ ບໍຣິການ ປະຊາຊົນ ຂອງເຈົ້າຫນ້າທີ່ ສາທາຣະນະສຸຂ, ການຂາດງົບປະມານ ຂອງຣັຖບານ ແລະການຂາດຄວາມຮູ້ ແລະຄວາມເຂົ້າໃຈ ຂອງຜູ້ຍິງລາວ ໃນເຂດ ຊົນນະບົດ ໃນຍາມຖືພາ.

ເຖິງຢ່າງໃດກໍ່ຕາມ ທ່ານວ່າ ການຝາກທ້ອງ ກ່ອນເກີດລູກ ເປັນສິ່ງສຳຄັນ ຕໍ່ສຸຂພາບຂອງ ແມ່ແລະເດັກ ເພາະການກວດທ້ອງ ກ່ອນອອກລູກ ຈະເຮັດໃຫ້ ຜູ້ຍິງຖືພາ ໄດ້ຮັບຄຳແນະນຳ ຈາກນາຍແພດ ໃນການຮັກສາ ສຸຂພາບຂອງຕົນ ແລະ ເດັກນ້ອຍໃນທ້ອງ ໄດ້ເປັນຢ່າງດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org