ຍິງລາວເສັຽຊີວິດ ຍ້ອນການຄອດລູກ
2010.08.10
ອີງຕາມລາຍງານ ຈາກການສຶກສາ ຄົ້ນຄວ້າ ຈາກ ມະຫາວິທະຍາໄລ ໂຕກຽວ ປະເທດຍີ່ປຸ່ນ ທີ່ສຶກສາ ກ່ຽວກັບການ ຕັ້ງທ້ອງຖືພາ ໃນເຂດ ຊົນນະບົດ ຂອງສປປລາວ ຈະເປັນ ສະຖານທີ່ ອອກລູກ ການສັກຢາ ກັນໂຣກໃຫ້ ແກ່ເດັກນ້ອຍ ທີ່ມີອາຍຸ ຕໍ່າກວ່າ 5 ປີ.
ການສຶກສາ ຄົ້ນຄວ້າ ໄດ້ຈັດຂື້ນ ຢູ່ເຂດ ວຽງພູຄາ ແຂວງ ຫລວງນ້ຳທາ ສປປລາວ ໃນເດືອນ ມົກກະຣາ ປີ 2008. ໃນຈຳນວນ 1,005 ຄອບຄົວ ທີ່ມີການ ສຳຣວດ 620 ຄອບຄົວມີ ເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ. ມີພຽງແຕ່ 1 ສ່ວນ 4 ຂອງແມ່ຍິງ ຖືພາ ຫລື 23.4 ສ່ວນຮ້ອຍ ໄດ້ໄປໃຊ້ ບໍຣິການ ການກວດ ສຸຂພາບກ່ອນ ການອອກ ລູກຫລືກວດທ້ອງ ຝາກທ້ອງ ຫລື (ANC) Antenatal Care ຢ່າງນ້ອຍນຶ່ງຄັ້ງ.
ປະທັມມະວົງ ແລະ ຜູ້ຮ່ວມງານ ຈາກ ມະຫາວິທະຍາໄລ ໂຕກຽວ ປະເທດຍີ່ປຸ່ນ ຂຽນວ່າ ຜູ້ຍິງຖືພາ ທີ່ອາສັຍ ຢູ່ໃນພື້ນທີ່ ຮາບພຽງ ຈະໃຊ້ບໍລິການ ANC 3.6 ຫາ 7.6 ເທື່ອຫລາຍ ກວ່າພວກ ທີ່ຢູ່ພູດອຍ. ແມ່ຍິງຖື ພາທີ່ ບໍ່ໄປໃຊ້ ບໍຣິການ ANC ສ່ວນໃຫຍ່ ຈະອອກລູກ ຢູ່ເຮືອນເອງ. ການອອກເອງ ລູກຢູ່ເຮືອນ ຈະເປັນການ ປົກກະຕິ ສຳລັບ ແມ່ຍິງຖືພາ ໃນເຂດພູສູງ ຫລາຍກວ່າ ຜູ້ຢູ່ໃນພື້ນ ທີ່ຮາບພຽງ. ເດັກນ້ອຍ ທີ່ເກີດມາຈາກ ແມ່ທີ່ບໍ່ໄດ້ ໄປໃຊ້ ບໍຣິການ ANC ສ່ວນໃຫຍ່ ຈະບໍ່ໄດ້ ສັກຢາກັນໂຣກ ຢ່າງຄົບຖ້ວນ.
ແມ່ຍິງທີ່ ບໍ່ມີຄວາມຮູ້ ບໍ່ໄດ້ຮຽນ ໜັງສື ໃນລາວ ບໍ່ມັກໃຊ້ ບໍຣິການ ANC. ການໄປກວດທ້ອງ ຢູ່ໂຮງໝໍ ກ່ອນການ ອອກລູກ ຫລື ANC ຈະສົ່ງເສີມ ໃຫ້ແມ່ຍິງ ໄປອອກ ລູກ ໃນໂຮງໝໍ ແລະເດັກນ້ອຍ ກໍໄດ້ ສັກຢາກັນ ພຍາດ ຄົບຖ້ວນ ຫລາຍຂື້ນ.
ປະທັມມະວົງ ແລະ ຜູ້ຮ່ວມງານ ທີ່ພິມແຜ່ຜາຍ ການສຶກສາ ກ່ຽວກັບການແພດ ໃນເຂດຮ້ອນ ສະລຸບວ່າ “ໃຫ້ສົ່ງເສີມ ເຊີນຊວນ ແມ່ຍິງຖືພາ ໂດຍສະເພາະ ພວກທີ່ອາສັຍ ຢູ່ຕາມຊຸມຊົນ ໃນຊົນນະບົດ ໃຫ້ໄປໃຊ້ ບໍຣິການ ການກວດ ສຸຂພາບ ກ່ອນການອອກລູກ ຫລືກວດທ້ອງ ຝາກທ້ອງຫລື (ANC)









