ທ່ານ ກາສິດ ພິຣົມ ຣັຖມົນຕຣີ ຕ່າງປະເທດໄທ ໄດ້ກ່າວແກ້ຄວາມ ເຂົ້າໃຈຜິດ ໃນຄຳເວົ້າ ຂອງທ່ານ ວ່າງການ ໄປຢ້ຽມຢາມ ສະຫະຣັຖ ວ່າງສອງອາທີດ ກ່ອນທີ່ວ່າ ຊາວມົ້ງ 158 ຄົນ ທີ່ຖືກກັກຂັງ ຢູ່ດ່ານກວດຄົນ ເຂົ້າເມືອງ ແຂວງຫນອງຄາຍນັ້ນ ສາມາດໄປຕັ້ງ ຖີ່ນຖານ ຢູ່ປະເທດໃດ ກໍ່ໄດ້ ໂດຍຜ່ານການເບີ່ງ ແຍງຂອງອົງການ ຂ້າຫລວງໃຫຍ່ ສະຫະ ປະຊາຊາດ.
ແຕ່ໃນ ອາທີດນີ້ ທ່ານໄດ້ກ່າວແກ້ ຄວາມເຂົ້າໃຈຜິດ ແລະສະແດງຄຳ ຂໍໂທດວ່າ ຊາວມົ້ງກຸ່ມ ດັ່ງກ່າວ ຕອ້ງກັບຄືນ ສປປລາວ ກ່ອນ, ກອ່ນທີ່ຈະຂໍ ໄປລີ້ພັຍທີ່ ປະເທດ ທີ 3 ໄດ້ ດັ່ງທ່ານກ່າວໃນ ຕອນນື່ງວ່າ:
ທ່ານວ່າ ຂໍປະທານໂທດ ທຸກທ່ານດ້ວຍ ທ່ານອາດຈະເວົ້າ ໃນບາງ ກໍຣະນີ ທີ່ບໍ່ຊັດເຈນ ທີ່ທ່ານເອງອາດ ສັບສົນຫລື ເວົ້າບໍ່ແຈ້ງ ກໍ່ຂໍໂທດດ້ວຍ ແຕ່ ສະຖານນະການ ເລຶ້ອງກໍ່ແມ່ນວ່າ ເປັນແບບທີ່ວ່າ ຕ້ອງກັບຄືນ ປະເທດກອ່ນ.
ເຖີງຢ່າງໃດ ກໍ່ຕາມ ທ່ານວ່າ ຊາວມົ້ງກຸ່ມ ດັ່ງກ່າວ ຖ້າຢາກໄປ ປະເທດທີສາມ ຕ້ອງໄປຂໍ ຫນັງສື ຈາກສະຖານທູດ ຂອງປະເທດ ດັ່ງກ່າວ ໃນລາວ ກ່ຽວກັບເຮື້ອງນີ້ ທ່ານຈະໄດ້ ພົບປະກັບຄູ່ ຕຳແຫນ່ງຝ່າຍລາວ ຂອງທ່ານ ໃນຊ່ວງການ ຢ້ຽມຢາມໄທ ຂອງທ່ານ ຈຸມມະລີ ໄຊຍະສອນ ປະທານ ປະເທດລາວ ໃນອາທີດຫນ້າ.