ທາງການລາວ ເຊີນຕ່າງປະເທດ ອັນຈະມີທັງ ສື່ມວນຊົນ ແລະເຈົ້າໜ້າທີ່ ສະຖານທູດຕ່າງໆ ຈຳນວນນຶ່ງ ໄປຢ້ຽມຊາວມົ້ງລາວ ທີ່ບ້ານ ໂພນຄຳ ເມືອງບໍຣິຄັນ ແຂວງ ບໍຣິຄຳໄຊ ຢ່າງເປັນທາງການ ໃນວັນທີ 26 ມິນາ 2010 ຕາມຄຳສັນຍາ ທີ່ໄດ້ໃຫ້ໄວ້.
ທີ່ຜ່ານມາ ພົນຈັດຕະວາ ບົວສ້ຽງ ຈຳປາພັນ ຮອງຫົວໜ້າກົມໃຫຍ່ ເສນາທິການ ກອງທັບ ໄດ້ໃຫ້ສັມພາດ ແກ່ສື່ມວລຊົນວ່າ:
"ຖ້າປະຊາຊົນ ຖາງປ່າໄຮ່ແລ້ວ ແອ້ມເຮືອນແລ້ວ ຂ້າພະເຈົ້າ ຈະເຊີນອົງການ ໃດສົນໃຈ ຂ້າພະເຈົ້າ ຈະເຊີນມາໝົດ ທາງການລາວ ໄດ້ຕຽມສະຖານທີ່ ໃຫ້ຕ່າງ ປະເທດໄປຢ້ຽມ ຊາວມົ້ງລາວ ທີ່ມີຈຳນວນ ເກືອບເຖິງ 4,000 ຄົນ ແລະວ່າຈະ ອະນຸຍາດ ໃຫ້ນັກຂ່າວ ສັມພາດນຳດ້ວຍ".
ພາຍຫລັງທີ່ ຣັຖບານໄທ ໄດ້ສົ່ງຊາວມົ້ງລາວ 4,000 ກວ່າຄົນ ກັບຄືນ ສປປລາວ ໃນທ້າຍເດືອນ ທັນວາ 2009 ຜ່ານມາ ການເຊີນຕ່າງ ປະເທດ ໄປຢ້ຽມຊາວມົ້ງ ຄັ້ງນີ້ ເປັນຄັ້ງທີ 2 ທີ່ຣັຖບານລາວ ເປີດໃຫ້ເຂົ້າໄປຢ້ຽມ ບ້ານຊາວມົ້ງແຫ່ງ ໃໝ່ຢູ່ແຂວງ ບໍຣິຄຳໄຊ.
ຄັ້ງທຳອິດ ທາງການລາວ ໄດ້ເຊີນເຈົ້າໜ້າທີ່ ທະຫານໄທ ຄະນະຈັດສົ່ງ ຊາວມົ້ງລາວ ກັບຄືນປະເທດ, ເຈົ້າໜ້າທີ່ສະຖານທູດ ສະຫະຣັດ ອະເມຣິກາ, ສື່ມວລຊົນໄທ ເຂົ້າໄປຢ້ຽມ. ຊາວມົ້ງລາວ ທີ່ໄດ້ຖືກທາງການ ໄທ ສົ່ງກັບຄືນ ສປປລາວ ມີທັງໝົດ 7,780 ຄົນ.