ຍັງບໍ່ທັນມີ ກົດໝາຍ ລົງໂທດ ຄະດີ ການຄ້າມະນຸດ

ໃນຂະນະທີ່ ການລັກລອບ ຄ້າຂາຍມະນຸດ ເປັນບັນຫາ ທີ່ໃຫຍ່ ແຕ່ ສປປລາວ ຍັງບໍ່ທັນມີກົດໝາຍ ໃສ່ໂທດ ຜູ້ກະທຳຜິດ ຢ່າງຈິງຈັງ.

ເຈົ້າໜ້າ​ທີ່ ​ກະຊວງ​ແຮງ​ງານ ​ແລະ ​ສວັສດີກາຣ ສັງຄົມ​ລາວ ​ໄດ້​ກ່າວ​​ເຖີງ ​ເຣື່ອງກາຣລັກລອບ ​ຄ້າ​ມະນຸ​ສ ທີ່ວ່າ ​​ເປັນ​ບັນຫາ​ໃຫຍ່ ​ແລະ ​​ແກ້​ໄຂ​ ໄດ້​ຍາກ​ ຍ້ອນ​ທາງ​ກາຣລາວ ຍັງ​ບໍ່​ທັນ​ມີ ​ກົດໝາຍ​ ​ສະ​ເພາະ​​ກາຣດຳ​ເນີນ ຄະດີ​ ຄ້າ​ມະນຸ​ສ ຕົວ​ຈີ​ງນັ້ນ​ເທື່ອ ​ໃນ​ປັຈຈຸ​ບັນນີ້ ນອກຈາກ​ ທີ່​ວ່າ ​ມີ​ກາຣນຳ​ເອົາ ​ບາງ​ມາຕຣາ ຂອງ​ກົດໝາຍ ຄຸ້ມ​ຄອງສິທທິ​ ແມ່​ຍີ​ງ​ ແລະ​ ເດັກ​ ມາ​ໃຊ້ ​ເພື່ອ​ໃຫ້​ສອດຄ່ອງ ​ກັບ​ສະຖານະ​ກາຣ​ເທົ່າ​ນັ້ນ:

"​ແຕ່​ວ່າ​ ບໍ່​ມີ​ກົດ​ໝາຍ ​ກ່ຽວ​ກັບ ​ດ້ານ​ຄ້າ​ມະນຸ​ສ ​ໂດຽສະ​ເພາະ ​ແຕ່​ມັນ​ໄດ້​​ເວົ້າ ດຶງ​ເອົາ​ນິຍາມ​ ກ່ຽວ​ກັບ​ດ້ານ​ກາຣຄ້າ​ມະນຸ​ສ ອອກ​ມາ​ໃຊ້ ຕົວຢ່າງ ​ຢູ່​ໃນ​ກົດໝາຍ ​ພັທນາ ​ແລະ​ ປົກ​ປ້ອງ ​ແມ່​ຍີ​ງ ​ແລະ ​ເດັກ ກໍ​ສິມີ​ຢູ່ ​ໃນ​ຈຳນວນ ​ບາງ​ມາຕຣາຢູ່ ​ໃນ​ຕົວ​ນີ້"

ເຈົ້າໜ້າ​ທີ່​ລາວ ​ດັ່ງກ່າວ ​ຍັງ​ໄດ້​ໃຫ້ ກາຣອະ​ທິບາຍ ​ອີກ​ວ່າ ​ເຖີງຈະ​ມີ ​ໜ່ວຍ​ງານ ​ທັງ​ພາຄຣັຖ ​ແລະ​ເອກຊົນ​ ໄດ້​ຊ່ວຍ​ປະກອບສ່ວນ ​ໃນ​ກາຣຕິດຕາມ​ ນຳ​ຫາ​ ຜູ້​ກະທຳ​ຜິດ ​ມາ​ດຳ​ເນີນ​ຄະດີ​ ໄດ້​ເປັນ​ບາງ​ກໍຣະນີ​ ໃນຣະຍະ​ຜ່ານ​ມານັ້ນ ກໍ​ຕາມ ​ແຕ່​ກໍ​ຍັງ​ຂາດ ພະນັກ​ງານ ​​ໃນ​ກາຣຕັດສິນ​ຄະດີ ດັ່ງ​ທີ່ ​ທ່ານ​ໄດ້​ກ່າວ​ວ່າ:

"​ໂດຽສະ​ເພາະ​ ຂອງ​ລາວ ​ແມ່ນ​ສິບໍ່​ມີ​ເລີຽ ກ່ຽວ​ກັບ ​ເຣື່ອງດ້ານ​ກາຣຄ້າ​ມະນຸ​ສ ອັຍກາຣ ຫລື​ວ່າ ​ທາງ​ສາລ ຄື​ກັນ ພວກ​ເຮົາ ​ກໍ​ຍັງ​ບໍ່​ມີ ອີງ​ຕາ​ຂໍ້​ມູລ ທີ່​ໄດ້​ເອີ້ນ​ວ່າ ​ທີ່ Survey ມາ​ຍັງ ​ບໍ່​ມີ​ພາຄສ່ວນ​ໃດ ​ຫລື ​ແຂນ​ງ​ກາຣ​ໃດ ​ທີ່​ເຮັດ​ວຽກ ​ສະ​ເພາະ ​ກ່ຽວ​ກັບ ​ເຣື່ອງນີ້"

​ພ້ອມ​ດຽວ​ກັນ​ນີ້​ ເຈົ້າໜ້າ​ທີ່ ​ລາວ​ຍັງ​ໄດ້​ກ່າວ ​ຢ້ຳວ່າ: ສະຖານະກາຣ ດ້ານ​ກາຣຄ້າ​ປະ​ເວ​ນີ ​ໃນ​ປັຈຈຸ​ບັນ ​ມີ​ຄວາມ​ຊັບຊ້ອນ ​ທັ້ງພາຄສ່ວນ ​ທຸຣະກິ​ຈ ​ແລະ ​ຄວາມ​ສັມພັນ ​ຂອງ​ບຸ​ຄຄົນ ​ທີ່​ກ່ຽວຂ້ອງ ຍ້ອນ​ເກີດ​ຈາກ​ບັນຫາ ​ຄວາມ​ຍາກຈົນ ທັ້ງຂາດ​ ກາຣສຶກສາ​ ແບບ​ບໍ່​ມີ​ທາງ​ເລືອກ​ ແລະ ​ໃນ​ທີ່​ສຸດ ກໍ​ກາຍ​ເປັນ ​ເຫຍື່ອ​ຂອງ​ກາຣຄ້າ​ມະນຸ​ສ ດັ່ງກ່າວ​ນີ້.