ແມ່ຍິງເດັກນ້ອຍ ລາວ ຂເມນ ແລະ ພະມ້າ ຖືກຊ່ອຍເຫລືອ ອອກຈາກ ນາຍຈ້າງ

ແມ່ຍິງ ແລະ ເດັກນ້ອຍ ລາວ ມີຈໍານວນຫລາຍ ກ່ວາ ຂເມນ ແລະ ພະມ້າ ໃນຈໍານວນ 348 ຄົນ ທີ່ຖືກຊ່ອຍເຫລືອ ອອກຈາກ ນາຍຈ້າງ ຂົ່ມເຫງ ໃນປີ 2008.
ຈະເຣີນສຸກ
2009.02.26

ໃນປີ 2008 ມີແຮງງງານ ຍິງ ແລະ ເດັກນ້ອຍ ເຖິງ 348 ຄົນ, ທີ່ໄດ້ຖືກຊ່ອຍເຫລືອ, ຊຶ່ງສ່ວນໃຫຍ່ແມ່ນ ຈາກສປປລາວ, ຮອງລົງມາ ແມ່ນ ພະມ້າ ແລະ ກັມພູຊາ, ໂດຍແບ່ງເປັນແຮງງານ ຍ້າຍຖິ່ນ 196 ຄົນ ແລະ ມີຜູ້ເສັຍຫາຍ ຈາກການຄ້າມະນຸດ 63 ຄົນ, ອີງຕາມ ການເປີດເຜີຍ ຂອງເຈົ້າໜ້າທີ່ ໂຄງການຊ່ອຍເຫລືອ ແມ່ຍິງ ແລະ ເດັກນ້ອຍ ຕ່າງຊາດ.

ຍານາງ ດາຣາຣາຍ ຣັກສາສິຣິພົງ, ເຈົ້າໜ້າທີ່ ໂຄງການ ຊ່ອຍເຫລືອ ກ່າວ ໃນຣະຫວ່າງ ການສັມມະນາ ໃນຫົວຂໍ້ “ໃຜຈະຊ່ອຍແຮງງານຍິງ ແລະ ເດັກນ້ອຍ ເຮັດວຽກບ້ານ” ວ່າ ຈາກການປະຕິບັດ ໂຄງການຊອ່ຍເຫລືອ ແມ່ຍິງ ແລະ ເດັກນ້ອຍ ຕ່າງຊາດ ຍັງພົບອີກວ່າ ຜູ້ເສັຍຫາຍ ຈາກການຄ້າມະນຸດ ກຸ່ມໃຫຍ່ ແມ່ນແຮງງານ ແມ່ບ້ານ 37 ຄົນ, ມາຈາກລາວ 34 ຄົນ ແລະ ພະມ້າ 3 ຄົນ, ແຕ່ອາຍຸ ແຕ່ 15 ຫາ 18 ປີ ມີ 18 ຄົນ; ອາຍຸ ຕໍ່າກ່ວາ 15 ປີ ມີ 16 ຄົນ; ອາຍຸ ເກີນ 16 ປີ ມີ 3 ຄົນ. ອາຍຸ ຕໍ່າສຸດ ແມ່ນ 12 ປີ.

ນອກຈາກນັ້ນ ສະພາບບັນຫາ ຂອງແຮງງານຍິງ ແລະ ເດັກ 28 ຄົນ ຖືກນາຍຈ້າງ ກັກຂັງ, ຫ້າມຕິດຕໍ່ ຄອບຄົວ. ມີ 21 ຄົນ ບໍ່ເຄີຍໄດ້ຄ່າແຮງ; 14 ຄົນ ຖືກນາຍຈ້າງທໍາຮ້າຍຮ່າງກາຍ, ບາງຄົນ ເຖິງຂັ້ນ ຕາບອດ ເບິ່ງບໍ່ເຫັນ, ແລະ 4 ຄົນ ຖືກນາຍຈ້າງລະເມີດ ແລະ ທາຣຸນ ທາງເພດ, ໂດຍທຸກຄົນ ຕ້ອງເຮັດວຽກ ຫລາຍກ່ວາ 12 ຊົ່ວໂມງ ຕໍ່ມື້, ຖືກໃຊ້ແຮງງານ ແບບຂ້າທາດທາດ ແລະ ບໍ່ສາມາດ ເຂົ້າເຖິງ ການຊ່ອຍເຫລືອ.

ຍານາງ ດາຣາຣາຍ ກ່າວຕື່ມ ອີກວ່າ ແມ່ຍິງ ແລະ ເດັກ ທີ່ຕົກເປັນເຫຍື່ອ ກຸ່ມແຮງງານບ້ານ, ສ່ວນໃຫຍ່ ມາຈາກພາກໃຕ້ ຂອງລາວ ເປັນຕົ້ນ ແຂວງສວັນນະເຂດ, ສາລະວັນ ແລະ ຈໍາປາສັກ. ພວກຂະເຈົ້າ ຈະເສັຍຄ່າ ນາຍໜ້າ 2,000 ຫາ 5,000 ບາດ. ນອກຈາກນັ້ນ, ແມ່ນມາຈາກ ພະມ້າ ຄື ຈາກຣັຖ ກະຣ່ຽງ ແລະ ຣັຖ ມອນ, ຊຶ່ງເສັຍຄ່ານາຍໜ້າ 14,000 ຫາ 17,000 ບາດ.

ບັນຫາ ຄຸ້ມຄອງ ສິດທິ ຄົນກຸ່ມນີ້ ມັກຂາດ ພະຍານຫລັກຖານ, ຮອງຮອຍ ການຖືກທໍາຮ້າຍ, ລະເມີດທາງເພດ, ຂໍ້ມູນ ນາຍຈ້າງ ແລະ ຜູ້ເສັຍຫາຍ ບໍ່ກ້າແຈ້ງຄວາມ ເພາະວ່າ ຢ້ານຖືກຈັບ ຖານເຂົ້າເມືອງ ຜິດກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.