ສາວບໍຣິການ ວຽດນາມ ໃນ ສປປລາວ

ຜູ້ຍິງ ວຽດນາມ ທີ່ທຸກຈົນ ຕາມເຂດ ຊາຍແດນ ລາວ-ວຽດນາມ ຖືກຂະບວນ ການຄ້າມະນຸດ ຫລອກລວງ ໃຫ້ມາ ຄ້າປະເວນີ ໃນລາວ ດ້ວຍຄວາມຫວັງ ທີ່ວ່າ ຈະມີຊີວີດ ທີ່ດີ ໃນລາວ.
ຊິດນີ ຣາຍງານ
2008.06.09

ເຈົ້າຫນ້າ​ທີ່ ​ກ່ຽວ​ຂອ້ງ ທ່ານ​ນື່ງ ​ເປີດ​ເຜີຍ ​ວ່າ ບັນຫາ​ ແຮງ​ງານ ​ຕ່າງ​ດ້າວ ທີ່​ຜີ​ດກົດຫມາຍ ​ໃນ​ລາວ ​ໂດຍສະ​ເພາະ ຜູ້ຍີ​ງ ຊາວ​ວຽດນາມ ສ່ວນ​ໃຫຍ່ ​ຈະ​ຖືກ​ຫລອກ ຈາກ ຂະບວນ ການ​ຄ້າ​ມະນຸດ ທີ່​ວ່າ ມາ​​ເຮັດ​ວຽກ ​ທີ່​ລາວ ຈະ​ມີ​ຊີ​ວີ​ດ ດີ​ຂື້ນ ​ແຕ່​ບໍ່​ຮູ້​ວ່າ ​ເມື່ອມາ ຮອດ​ແລ້ວ ຈະ​ຖືກ​ບັງຄັບ ​ໃຫ້​ຄ້າ​ປະ​ເວ​ນີ ດັ່ງ​ທ່ານ​ກ່າວ​ ໃນ​ຕອນ​ນື່ງວ່າ:


ພວກ​ທີ່​ມາ​ ຢູ່​ລາວ ​ຈະ​ແມ່ນ ພວກ​ຄົນ​ທຸກ ​ທີ່​ຢູ່​ໃນ​ວຽດນາມ ທີ່​ຖືກ​ຫລອກ ສ່ວນ​ໃຫຍ່ ​ຈະ​ແມ່ນ ​ຜູ້​ຍີ​ງ ທີ່​ຫລອກ​ມາ ​ໃຊ້​ເປັນ​ສາວ ​ບໍຣີການ ຜູ້​ຍີ​ງ ຫາ​ເງີ​ນ ​ເຂົາ​ມາ​ນຳ ​ເພື່ອນ​ເຂົາ ​ເພື່ອນ​ເຂົາ ​ຊັກ​ຊວນ​ມາ”

ບັນຫາ ​ແຮ​ງງານ ຄົນ​ຕ່າງ​ຊາດ ​ໃນ​ລາວ ​ເປັນ​ບັນຫາ ທີ່​ທາງ​ການ​ລາວ ​ແກ້​​ໄຂ​ໄດ້​ຍາກ ​ເພາະ ຣັຖບານ​ລາວ ຂາດ​ນະ​ໂຍບາຍ ​​ແລະ ​ພະນັກ​ງານ ທີ່​ຈະ​ປາມ​ປາມ ​ກຸ່ມ​ດັ່ງກ່າວ ສຳລັບ ​ຜູ້​ຍີ​ງວຽດນາມ​ ນັ້ນ ສ່ວນ​ໃຫຍ່ ຈະ​ແມ່ນ ​ມາ​ຈາກ​ຄອບຄົວ​ ທີ່​ທຸກ​ຈົນ ຖືກ​ຫມູ່​ພວກ ຕົວະ​ຍົວະ​​ເຂົ້າມາ ​ເພື່ອຊອກ​ຫາ ​ວຽກ​ເຮັດງານ​ທຳ ​ໃນ​ລາວ ວຽກ​ສ່ວນ​ໃຫຍ່ ທີ່​ພວກ​ເຂົາ ​ໄດ້​ເຮັດ ກໍ່​ຈະ​ເປັນ​ວຽກ ​ບໍຣີການ ຕາມ​ແຫ​ລ່ງ ທ່ອງ​ທ່ຽວ ຕາມ​ຫົວ​ເມືອງ​ ໃຫຍ່ໆ ໃນ​ລາວ ຊື່​ງສ່ວນ​ຫລາຍ ຈະ​​ແມ່ນ​ຄົນ​ ວຽດນາມ​​ເອງ ເປັນ​ເຈົ້າຂອງ ວຽກ​ບໍຣີການ ​ນັ້ນ ຈະ​ມີ​ ການ​ແອບ​ແຝງ ​ທາງ​ເພດ ຮ່ວມ​ນຳ ໂດຍ​ການ​ບັງ​ຄັບ ​ ຈາກ​ຂະບວນ ການ​ຄ້າ​ມະນຸດ ຊື່​ງພວກ​ຂະ​ເຈົ້າ ກໍ່​ບໍ່​ສາມາດ ​ປະຕິ​ເສ​ດ ​ໄດ້.

ນາງ​ກ່າວ ​ກ່ຽວກັບ​ບັນຫາ ​ເປື່ອຍເຍື່ອຍ ທາງ​ສັງຄົມ ປະ​ເພດ ​ຕ່າງໆ​ ໃນ​ລາວ​ວ່າ:

“ບັນຫາ​ ສັງຄົມ ​ໃນ​ລາວ ມັນ​ຈະ​ມີ ​ແບບ​ວ່າ ພະຍາດ​ ຕີ​ດຕໍ່ ​ທາງ​ເພດ​ສຳພັນ ​ແລະ ​ກໍ່​ຂີ້ລັກ ​ມັກ​ຊົກ ​ເຣື້ອງ​ຢາ​ເສບ​ຕິດ ພວກ​ເຮົາ​ບໍ່ຮູ້​ແນ່ ​ແຕ່​ວ່າ ​ຈະ​ມີ​ຄວາມ​ສ່ຽງ ​ເຣື້ອງກາ​ໃຊ້ ​ຢາສ​ເບ​ຕິດ ຈະ​ມາ​ເຜີຍ​ແຜ່​ເຖີງຄົນ​ລາ​ວ.”

ເຖີງຢ່າງ​ໃດ ກໍ່ຕາມ ສປປລາວ ນອກຈາກ ​ຈະ​ເປັນ​ປາຍທາງ ​ແລ້ວ ກໍ່​ຍັງເປັນ ​ທາງ​ຜ່ານ ສຳລັບ​ກຸ່ມ​ຄ້າ​ມະນຸດ​ ​ໃນ​ຂົງ​ເຂດ ນຳ​ອີກ ​ໂດຍສະ​ເພາະ ກຸ່ມ​ຜູ້​ຍິງ ຈາກ​ວຽດນາມ ຈີນ ​ແລະ ​ປະ​ເທດ​ໃກ້​ຄຽງ ທີ່​ຈະ​ໄປ​ຂາຍ ​ບໍຣີການ ​ທາງ​ເພດ ​ໃນ​ປະ​ເທດທີ 3 ດັ່ງ ​ປະ​ເທດ​ໄທ ​ແລະ ​ປະ​ເທດ ​ອື່ນໆ ຊື່​ງຣັຖບານ​ລາວ ກໍ່​ບໍ່​ມີ​ນະ​ໂຍບາຍ ການ​ປາບ​ປາມ​ຢ່າງ​ຈີ​ງຈັງ ​ໃນ​ການ​ແກ້​​ໄຂ ບັນຫາ​ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.