ແມ່ຍິງລາວກັບຄືນບ້ານ ຈາກແຂວງຊະເຊິງເຊົາ
2012.08.28
ນັກວິຊາການ ແຮງງານ ຂອງໄທ ກ່າວຕໍ່ RFA ໃນວັນທີ 27 ສິງຫາ 2012 ນີ້ວ່າພາຍຫລັງທີ່ ມີຫລາຍ ສໍານັກງານຂ່າວ ໃນໄທ ໄດ້ອອກຂ່າວວ່າ ມີແມ່ຍິງລາວ ໄປຂາຍ ບໍຣິການ ທາງເພດ ຢູ່ຕາມ ສະຖານບັນເທິງ ໃນແຂວງ ຊະເຊິງເຊົາ ຈົນເປັນຂ່າວ ໃຫຍ່ນັ້ນ ຫລ້າສຸດ ມີຣາຍງານວ່າ ແມ່ຍິງລາວ ດັ່ງກ່າວ ສ່ວນໃຫຍ່ ໄດ້ພາກັນກັບຄືນ ສປປລາວ ແລ້ວ ເພາະຮ້ານ ຄາຣາໂອເກະ ແລະ ຮ້ານບັນເທິງ ຕ່າງໆກໍປິດ ຈົນເກືອບໝົດແລ້ວ. ນັກວິຊາການໄທ ທ່ານນຶ່ງ ກ່າວວ່າ:
"ໄດ້ຂ່າວມາວ່າ ກັບບ້ານແລ້ວ 80 ສ່ວນຮ້ອຍ ແຕ່ກໍໄດ້ຂ່າວ ມາອີກວ່າ ມັນມີຮ້ານ ຂອງ ຜູ້ມີອໍານາດ ນຶ່ງຫລືສອງຮ້ານ ແຕ່ວ່າຕ້ອງ ເປັນທີ່ຮູ້ກັນ ບໍ່ດັ່ງນັ້ນ ເຂົາກໍບໍ່ຮັບ ລູກຄ້າ".
ເຈົ້າໜ້າທີ່ ໃຫ້ຂໍ້ມູນຕື່ມວ່າ ນອກຈາກສ່ວນຫລາຍ ໄດ້ເດີນທາງກັບ ສປປລາວແລ້ວ ແຕ່ຍັງມີ ແມ່ຍິງລາວ ຈໍານວນນຶ່ງ ໄດ້ຫັນໄປເຮັດວຽກ ຂາຍບໍຣິການ ທາງເພດ ຢູ່ຕາມ ສະຖານທີ່ ທ່ອງທ່ຽວ ໃນແຂວງ ຊົນບູຣີ. ຢ່າງໃດກໍຕາມ ສ່ວນຕົວແລ້ວ ທ່ານຄິດວ່າ ໃນອະນາຄົດ ແມ່ຍິງລາວ ທີ່ກັບໄປລາວ ແລ້ວນັ້ນ ອາຈກັບໄປໄທ ຊອກຫາເຮັດວຽກ ແບບເກົ່າອີກ ໃນປະເທດໄທ:
"ຄິດວ່າກັບມາອີກ ຕ້ອງເບິ່ງສາເຫດ ຣາຍໄດ້ ຄືໄປຖາມແທ້ໆແລ້ວ ບໍ່ມີໃຜ ຖືກຂູດຮີດ ຖືກບັງຄັບ ທຸກຄົນເຕັມໃຈ ມາເຮັດໝົດ".
ເຈົ້າໜ້າທີ່ໄທກ່າວ ໃນຕອນທ້າຍວ່າ ທີ່ຜ່ານມາ ເຖິງແມ່ນວ່າ ທາງການລາວ ຈະພຍາຍາມ ປ້ອງກັນ ແລະ ແກ້ໄຂບັນຫານີ້ ຊຶ່ງເປັນນຶ່ງ ໃນບັນຫາ ສັງຄົມ ກໍຕາມ ແຕ່ກໍຍັງ ຖືວ່າບໍ່ພຽງພໍ ເມື່ອປຽບທຽບ ກັບການເລັ່ງ ແກ້ໄຂບັນຫາ ໃນດ້ານອື່ນໆ. ຖ້າຫາກ ທາງການລາວ ສາມາດ ພັທນາເສຖກິດ ແລະ ສົ່ງເສີມ ໃຫ້ແມ່ຍິງລາວ ມີວຽກງານເຮັດ ຢູ່ພາຍໃນ ປະເທດ ໄດ້ຫລາຍຂຶ້ນ ທ່ານຄິດວ່າ ຈໍານວນ ແມ່ຍິງລາວ ໄປເຮັດວຽກ ຂາຍບໍຣິການ ທາງເພດ ໃນໄທ ກໍຈະຫລຸດຜ່ອນລົງ.