ເຈົ້າໜ້າທີ່ລາວໄທ ປາບປາມກຸ່ມຄ້າມະນຸສ

ເຈົ້າໜ້າທີ່ ລາວ-ໄທຽ ສາມາດເຂົ້າຈັບກຸມ ແລະປາບປາມ ກຸ່ມລັກລອບ ຄ້າມະນຸສ ໃນເຂຕບາງກອກ.
ຫວາດ ສີມູນ
2010.10.14

ກົດຟັງສຽງ

ທ່ານອິສຣະ ສົມໄຊ ຣັຖມົນຕຣີ ຄວາມໝັ້ນຄົງ ແລະ ພັທນາສັງຄົມຂອງໄທ ແລະທ່ານ ອ້ວນ ພົມມະຈັກ ເອກອັຄຣາຊທູຕ ສປປລາວ ປະຈຳບາງກອກ ໄດ້ນຳເອົາ ຜູ້ຕ້ອງຫາ ຄ້າມະນຸສ 3 ຄົນ ທີ່ຖືກຈັບ ແລະນຳໄປເປີດເຜີຽ ຕໍ່ທາງສື່ມວລຊົນ ໃນມື້ວັນທີ່ 13 ຕຸລານີ້ ໃນຂໍ້ຫາຕົວະຍົວະ ຈອບອອຍ ເອົາຍິງສາວຊາວລາວ 12 ຄົນ ເຂົ້າໃນວົງກາຣ ຄ້າໂສເພນີ ຢູ່ ແຂວງລົບບູຣີ ແລະໃນຂນະດຽວກັນ ກໍສາມາດຈັບ ຜູ້ຕ້ອງຫາແມ່ຍິງ ຊາວພະມ້າ 1 ຄົນ ພ້ອມດ້ວຍຜູ້ຊາຍ ອີກ 2 ຄົນ ໃນຂໍ້ຫາຫລອກລວງ ເອົາແມ່ຍິງຊາວ ພະມ້າ 7 ຄົນໄປຂາຍບໍຣິກາຣ ທາງເພທ ຢູ່ແຂວງພຣະຈີນບູຣີ ນຳອີກເຊັ່ນກັນ.

ຜູ້ຕ້ອງຫາຊາວໄທ ທັງ 3 ຄົນດັ່ງກ່າວມີ ຊື່ວ່າ ນາຍຂນອງ ຊີວສານ ອາຍຸ 49 ປີ, ພ້ອມກັບ ນາຍອະນຸສິດ ເລີດລົ້ນ ອາຍຸ 26 ປີ ແລະນາຍທັນນາວັຕ ວັທນາ ອາຍຸ 21 ປີ ແລະທາງກາຣກ່ຽວຂ້ອງ ຝ່າຍໄທ ກໍກຳລັງຕິດຕາມ ຫາຈັບນາຍໄພໂຣຈ ສຸກພິທັກ ອາຍຸ 47 ປີ ຜູ້ເປັນຫົວໜ້າ ກຸ່ມຄ້າມະນຸສ ໃນເຂຕດັ່ງກ່າວ.

ພ້ອມດຽວກັນນີ້ ທ່ານອ້ວນ ແລະທ່ານອິສຣະ ກໍໃຫ້ກາຣຢືນຢັນ ວ່າ ທາງເຈົ້າໜ້າທີ່ ຕໍາຣວຈ ໜ່ວຍສະເພາະກິຈ ທັ້ງຝ່າຍ ລາວແລະໄທຽ ໄດ້ຮ່ວມມືກັນຕິດຕາມ ຫາຈັບກຸ່ມ ຜູ້ຕ້ອງສົງສັຍ ລັກລອບ ຄ້າມະນຸສ ດັ່ງກ່າວ ແລະໃນທີ່ສຸດ ກໍສາມາດນຳຫາ ຊ່ວຍເອົາຍິງສາວ ຊາວລາວ ທັງ 12 ຄົນ ອອກຈາກຂະບວນ ກາຣຄ້າໂສເພນີ ຊຶ່ງມີອາຍຸແຕ່ 16 ປີ ຫາ 35 ປີ. ສ່ວນຜູ້ຕ້ອງຫາ ທີ່ຖືກຈັບກໍກໍາລັງ ມີກາຣປະກອບ ເອກກະສາຣ ເພື່ອສົ່ງຕໍ່ທາງກາຣ ດໍາເນີນຄະດີ ຕາມກົດໝາຍ ໃນຂັ້ນຕໍ່ໆໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.