ທາງການໄທຢືນຢັນ ຈະປາບການຄ້າມະນຸດ

ຕໍາຣວຈໄທ ຢືນຢັນ ທີ່ຈະແກ້ໄຂ ບັນຫາ ກາຣຄ້າມະນຸສ ຂອງຊາວລາວ ໃນປະເທສໄທ ໃຫ້ໄດ້.
ຫວາດ ສີມູນ
2010.11.04

ກົດຟັງສຽງ

ທາງກາຣ ຕຳຣວຈໄທວ່າ ຈະເອົາມາຕກາຣ ປາບປາມ ຂະບວນກາຣ ຫລືກຸ່ມຄົບ ບໍ່ດີ ໂດຽສະເພາະ ຜູ້ເປັນນາຍໜ້າ ທີ່ຫາຊອກ ຫລອກລວງຄົນລາວ ເຂົ້າສູ່ຂະບວນ ກາຣຄ້າມະນຸສ ພ້ອມກັບຢືນຢັນ ທີ່ຈະ ເຂົ້າຊ່ວຍເຫລືອ ຊາວລາວ ຜູ້ຖືກຫລອກລວງ ແລະ ຕົກເປັນເຫຍື່ອ ໄປນັ້ນ ໃຫ້ກັບບ້ານ ດ້ວຍຄວາມປອດໄພ ຕາມທີ່ທາງກາຣ ລາວແລະໄທ ໄດ້ຕົກລົງກັນ ໃນສັນຍາ ເຣື່ອງກາຣປາບປາມ ຂະບວນກາຣ ຄ້າມະນຸສ ດັ່ງ ພັນຕຳຣວຈ ເອກ ສຸຣະເຊດ ຫັກພານ ກອງບັງຄັບກາຣ ກ່ຽວກັບກາຣ ຄ້າມະນຸສ ໄດ້ກ່າວວ່າ:

ທ່ານວ່າ "ທາງຣັຖບາລ ກໍພຍາຍາມ ທີ່ຈະປ້ອງກັນ ແລະປາບປາມ ກາຣຄ້າມະນຸສ ໃຫ້ໝົດສິ້ນໄປ ແລະ ຂໍປະກາສ ຢ່າງເປັນທາງກາຣ ເພື່ອປະຊາຊົນ ໃນປະເທສຕ່າງໆ ຫລື ປະຊາຊົນ ຢູ່ໃນ ສປປລາວ ກໍຕາມ ເພື່ອໃຫ້ທຸກຄົນ ຮັບຮູ້ວ່າ ທາງຣັຖບາລໄທ ກໍມີຄວາມ ເປັນຫ່ວງ ແລະ ກໍພ້ອມທີ່ຈະ ດຳເນີນກາຣ ປາບປາມ ຜູ້ກະທໍາຜິດ ເພື່ອແກ້ໄຂ ບັນຫາ ກາຣຄ້າມະນຸສ ນີ້ໃຫ້ໝົດໄປ ຢ່າງວ່ອງໄວ."

ພ້ອມດຽວກັນນີ້ ທ່ານກໍວ່າ ທາງກາຣ ຕຳຣວຈໄທ ໄດ້ພຍາຍາມ ຕິດຕາມ ຫາຈັບຂະບວນ ກາຣຄ້າມະນຸສ ທຸກປະເທສ ໂດຽສະເພາະ ກຸ່ມທີ່ຫລອກລວງ ເອົາຄົນລາວ ເຂົ້າມາໃນໄທ ທີ່ມີເຄືອຂ່າຍ ເຊື່ອມໂຍງ ທົ່ວກັນໄປໝົດ ແລະ ທາງເຈົ້າໜ້າທີ່ ກ່ຽວຂ້ອງຂອງໄທ ກໍກຳລັງ ຕິດຕາມ ຢ່າງໃກ້ຊິດ.

ສໍາລັບ ປະຊາຊົນ ຊາວລາວ ທີ່ຢາກຈະ ເຂົ້າໄປຫາ ເຮັດວຽກ ຢູ່ໄທນັ້ນ ທ່ານກໍໃຫ້ ກາຣແນະນໍາ ໃຫ້ຜ່ານທາງກາຣ ກ່ຽວຂ້ອງຂອງລາວ ຢ່າງຖືກຕ້ອງ ຕາມກົດໝາຍ ຊຶ່ງກໍເປັນກາຣ ປະຕິບັຕ ຕາມຂໍ້ຕົກລົງ ຂອງຣັຖບາລ ທັງສອງປະເທສ ແລະໄດ້ເນັ້ນ ບໍ່ໃຫ້ຊາວລາວ ຫລົງເຊື່ອ ຄາຣົມ ຂອງພວກທີ່ ບໍ່ຫວັງດີ ທີ່ວ່າຈະຊ່ວຍ ຫາວຽກເຮັດງານທຳ ໃຫ້ທີ່ໄດ້ຄ່າ ແຮງງານແພງ ນັ້ນ ແຕ່ຢ່າງໃດ ເພາະອາຈຈະຖືກ ສົ່ງເຂົ້າຂະບວນ ກາຣຄ້າ ປະເວນີ ກໍເປັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.