ເດັກນ້ອຍຜູ້ຍິງລາວ ແປງເອກສານເຂົ້າໄທ

ຍິງສາວ ລາວ ຫລາຍຄົນ ປອມແປງ ເອກກະສານ ປ່ຽນອາຍຸ ໃຫ້ສູງຂື້ນ ເພື່ອຈະໄປ ເຮັດວຽກ ໃນ ສະຖານທີ່ ບັນເທີງ ຢູ່ໄທ ໄດ້.

0:00 / 0:00

ກົດຟັງສຽງ

ເຈົ້າໜ້າທີ່ ຂັ້ນສູງ ຂອງ ອົງການ ຕ້ານການ ຄ້າມະນຸດ ຢູ່ໄທ ເປີດເຜີຍ ວ່າ ປັດຈຸບັນ ມີຜູ້ຍິງ ລາວ ຫລາຍຄົນ ທີ່ມີ ອາຍຸພຽງ ແຕ່ 15 ປີ ເຖິງ 18 ປີ ໄດ້ປອມແປງ ອາຍຸ ໃຫ້ຮອດ 20 ປີ ຂື້ນໄປ ເພື່ອ ຕົບຕາ ເຈົ້າໜ້າທີີ່ ໄທ ແລະ ພວກເຂົາເຈົ້າ ຈະໄດ້ ເຮັດວຽກ ຕາມ ສະຖານທີ່ ບັນເທີງ ໄດ້ຕາມກົດໝາຍ. ດັ່ງເຈົ້າໜ້າທີ່ ຕ້ານການ ຄ້າມະນຸດ ໄທ ທ່ານນຶ່ງ ເວົ້າວ່າ:

"ເຈົ້າໜ້າທີ່ໄທ ສົງໄສ ວ່າ ເດັກນ້ອຍ ບາງຄົນ ເບິ່ງຄື ມີໜ້າຕາ ຍັງນ້ອຍຢູ່ ແຕ່ ບາດເບິ່ງ ເອກກະສານ ອາຍຸຮອດ 20 ປີ ແລ້ວ ແບບນີ້ ມັນຂັດກັບ ຮູບຮ່າງ ພາຍນອກ ໃຜໆເຂົາກ໋ະ ເບິ່ງອອກ".

ເຈົ້າໜ້າທີ່ ທ່ານນີ້ ອະທິບາຍ ວ່າ ຜ່ານມາ ເຈົ້າໜ້າທີ່ ໄທ ກວດເຫັນ ເດັກນ້ອຍ ຜູ້ຍິງລາວ ຫລາຍຄົນ ຜ່ານດ່ານ ຊາຍແດນ ທີ່ຜິດ ສັງເກດ ເຈົ້າໜ້າທີ່ ເກີດສົງໄສ ຈື່ງໄດ້ ສອບສວນ ຢ່າງ ລະອຽດ ແລະ ພົບວ່າ ເດັກນ້ອຍ ຜູ້ຍິງລາວ ເຫລົ່ານັ້ນ ໄດ້ປ່ຽນແປງ ອາຍຸ ກ່ອນຈະເດີນ ມາເຂົ້າມາ ປະເທດໄທ, ຫລັງຈາກນັ້ນ ເຈົ້າໜ້າທີ່ ກໍຈັດສົ່ງ ພວກຂະເຈົ້າ ກັບຄືນລາວ.

ເດັກນ້ອຍ ເຍົາວະຊົນ ແລະ ຊາວໜຸ່ມ ໄວລຸ້ນລາວ ຍັງພາກັນ ຂ້າມໄປ ຊອກຫາ ເຮັດວຽກ ຢູ່ໄທ, ມີຫລາຍຄົນ ໄດ້ເຮັດວຽກ ຢູ່ໃນ ຮ້ານ ຄາຣາໂອເກະ ຫລື ໂຮງໂສເພນີ. ເຈົ້າໜ້າທີ່ໄທ ກໍຕິດຕາມ ເຂົ້າຈັບກຸມ ແລະ ຫລາຍຄັ້ງ ທີ່ໄດ້ຊ່ວຍ ເອົາເດັກນ້ອຍ ທີ່ຖືກຫຼອກ ຖືກບັງຄັບ ໃຫ້ມາ ຂາຍໂຕ ອອກຈາກ ສະຖານທີ່ ເຫລົ່ານີ້ ເລື້ອຍໆ. ເມື່ອຕົ້ນເດືອນ ນີ້ ເຈົ້າໜ້າທີ່ ກໍໄດ້ຊ່ວຍ ຜູ້ຍິງລາວ ຫລາຍສິບຄົນ ຈາກຮ້ານ ຄາຣາໂອເກະ ມີຫຼາຍຄົນ ອາຍຸບໍ່ຮອດ 18 ປີ. ຫຼັງຈາກນັ້ນ ກໍຖືກ ສົ່ງໄປ ສູນຝຶກ ອົບຮົມ ກ່ອນຈະສົ່ງ ກັບຄືນ ປະເທດລາວ.