ຜູ້ຍິງລາວຕົກເປັນ ຂ້າທາດທາງເພສ

ແມ່ຍິງລາວ ຖືກກັກຂັງ ບັງຄັບ ໃຫ້ຄ້າ ປະເວນີ ໃນຮ້ານ ຄາຣາໂອເກະ ໃນ ປະເທດໄທ.
ໂພໄຊສວັດ
2011.09.19

ກົດຟັງສຽງ

ແມ່ຍິງລາວ 17 ຄົນ ຖືກກັກຂັງ ບັງຄັບ ໃຫ້ຄ້າ ປະເວນີ ໃນຮ້ານ ກິນດື່ມ ຄາຣາໂອເກະ ສະຖານທີ່ ລັກ ບໍຣິການ ທາງເພດ ໃນແຂວງ ສັຕຕະຫິບ ປະເທດໄທ. ພວກແມ່ຍິງ ທັງໝົດ ຖືກບັງຄັບ ໃຫ້ຂາຍ ບໍຣິການ 12 ຊົ່ວໂມງ ຕໍ່ມື້. ອີງຕາມ ອົງການ ຂ່າວ ແຂວງ ພັທຍາ ລາຍວັນ ວັນທີ 18 ກັນຍາ 2011. ຫລັງຈາກ ສະຖານທູຕ ລາວ ປະຈໍາ ປະເທດໄທ ໃນ ບາງກອກ ໄດ້ຮັບການ ຮ້ອງທຸກ ຂໍຄວາມ ຊ່ວຍເຫລືອ ຜ່ານທ່າງ ໂທຣະສັບ ກໍໄດ້ ປະສານງານ ກັບ ເຈົ້າໜ້າທີ່ ຕໍາຣວດ ແລະ ເຈົ້າໜ້າທີ່ ກວດຄົນ ເຂົ້າເມືອງ ເມືອງ ພຸດຕາຫລວງ ແຂວງ ສັຕຕະຫີບ.

ມີຍິງລາວ ຜູ້ນຶ່ງ ໄດ້ ໂທຣະສັບ ແຈ້ງ ສະຖານທູຕ ລາວ ໃນບາງກອກ ຂໍໃຫ້ຊ່ວຍ ໃຫ້ພົ້ນຈາກ ຮ້ານ ຄາຣາໂອເກະ ຊື່ວ່າ “ນ້ອງອ້ອມ” ເມືອງ ພຸດຕາຫລວງ ແຂວງ ສັຕຕະຫີບ ຍ້ອນວ່າ ໄດ້ຖືກ ກັກຂັງ ແລະ ບັງຄັບ ໃຫ້ຄ້າ ປະເວນີ ເປັນເວລາ ຫລາຍ ເດືອນ ໂດຍບໍ່ໄດ້ ຮັບຄ່າຈ້າງ ເລີຍ.

ເຈົ້າໜ້າທີ່ ຕໍາຣວດໄດ້ ເຂົ້າກວດຄົ້ນ ຮ້ານ ກາຣາໂອເກະ ດັ່ງກ່າວ ແລະ ໄດ້ຈັບ ຜູ້ຕ້ອງ ສົງໄສ ໃນຂໍ້ຫາ ເປີດຮ້ານ ເພື່ອການ ບັນເທີງ ແຕ່ ຄ້າ ປະເວນີ, ໃຊ້ ພະນັກງານ ທີ່ມີ ອາຍຸ ຕໍ່າກວ່າ ກໍານົດ, ໃຊ້ຄົນງານ ຕ່າງດ້າວ ທີ່ບໍ່ມີ ອະນຸຍາດ. ໃນເວລາ ດຽວກັນນັ້ນ ກໍຈັບ ແມ່ຍິງລາວ ທັງ 17 ຄົນ ແລະ ຕັ້ງຂໍ້ຫາ ວ່າ ຄ້າປະເວນີ.

ໃນການ ສືບສວນ ແມ່ຍິງລາວ ຮັບ ສາຣະພາບ ວ່າ ເຈົ້າຂອງຮ້ານ ຄາຣາໂອເກະ ຮັບປາກວ່າ ຈະໃຫ້ ເຮັດວຽກ ໃນຮ້ານ ບັນເທີງ ແລະ ຈະໃຫ້ເງິນ ເດືອນ 3,600 ບາດ ຕໍ່ເດືອນ, ແຕ່ເມື່ອ ມາຮອດ ກໍຖືກ ບັງຄັບ ໃຫ້ຄ້າ ປະເວນີ ໄດ້ 6-7 ເດືອນ ແລະ ຍັງເປັນໜີ້ ອີກ ປະມານ ຜູ້ລະ 10 ພັນບາດ.

ພວກຂະເຈົ້າ ເວົ້າອີກວ່າ ໃນແຕ່ ລະເດືອນ ໃຫ້ພັກການ ພຽງແຕ່ ສອງມື້ ຫາກພັກເກີນ ກໍຈະຕັດ ຄ່າແຮງງານ 500 ຫາ 1,000 ບາດ ຕໍ່ມື້. ພວກຂະເຈົ້າ ຕ້ອງເຮັດວຽກ ແຕ່ 4 ໂມງແລງ ຮອດ 6 ໂມງເຊົ້າ ແລະ ບໍ່ໃຫ້ ອອກຈາກ ຮ້ານ ເພາະຢ້ານ ລັກໜີ. ຫ້ອງນອນນຶ່ງ ຈະມີ ແມ່ຍິງ 5-6 ຄົນ ອາສັຍ ຢູ່ໂດຍ ຈະມີ ຍາມເຝົ້າ ຢູ່ຕລອດ ເວລາ. ເຈົ້າໜ້າທີ່ ຈັບ ເຈົ້າຂອງ ຮ້ານ ສົ່ງດໍາເນີນ ຄະດີ ສ່ວນຜູ້ຍິງ ທີ່ ບອກຂ່າວ ລັກກັບ ໄປ ປະເທດລາວ ໄດ້ ກ່ອນການ ເຂົ້າ ກວດ ຄົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.