ໃນເຂດລຸ່ມນ້ຳຂອງ ລາວເປັນສູນກາງໃຫຽ່
2012.12.07
ຫ້ອງການ ອາສຍາກັມ ແລະ ຢາເສພຕິດ ສະຫະປະຊາຊາດ ຣາຍງານ ວ່າ ປະເທດລາວ ເປັນສູນກາງ ການຄ້າມະນຸດ ຢາເສພຕິດ ແລະ ສິນຄ້າເຖື່ອນ ໃນເຂດ ລຸ່ມແມ່ນ້ຳຂອງ.
ທ່ານ Yury Fedotov ຜູ້ອຳນວຍການ ອົງການ ອາສຍາກັມ ແລະ ຢາເສພຕິດ ສະຫະປະຊາຊາດ ກ່າວວ່າ ເສຖກິດ ຂອງສປປ ລາວ ຂຍາຍຕົວ ການເຊື່ອມເຂົ້າກັນ ໃນຂົງເຂດ ໄດ້ຊ່ວຍ ເຮັດໃຫ້ການ ແລກປ່ຽນ ສິນຄ້າ ການບໍຣິການ ການເງິນ ແລະ ການໄປມາ ຫາສູ່ກັນ ຣະຫວ່າງຄົນ ສະດວກ ສະບາຍຂື້ນ ແຕ່ໃນຂະນະ ດຽວກັນ ການກໍ່ ອາສຍາກັມ ກໍເພິ້ມຂື້ນ ເປັນຕົ້ນ ການຄ້າຂາຍ ຜູ້ຍິງ ແລະ ເດັກນ້ອຍ ຢາເສພຕິດ ສິນຄ້າເຖື່ອນ ແລະ ສິນຄ້າປອມ ຢາປອມ. ນອກຈາກນັ້ນ ຢູ່ສປປ ລາວ ຍັງມີການ ຂຸດຄົ້ນ ຊັພຍາກອນ ທັມມະຊາດ ຢ່າງ ຜິດກົດໝາຍ ເຊັ່ນການຕັດໄມ້ ການຈັບປາ ແລະ ການຄ້າສັດປ່າ.
ທ່ານ John Bleho ເຈົ້າໜ້າທີ່ ຫ້ອງການ ອາສຍາກັມ ແລະ ຢາເສພຕິດ ກ່າວກ່ຽວກັບ ເຣື່ອງນີ້ວ່າ:
"ຈາກປະສົພການ ແລະ ຣາຍງານ ສ່ວນນຶ່ງ ຈາກ ຣັຖບານລາວ ກ່ຽວກັບ ການຄ້າຝິ່ນ ແລະຢາບ້າ ພວກເຮົາ ຈຶ່ງເວົ້າໄດ້ວ່າ ສປປລາວ ເປັນປະເທດ ທີ່ມີການ ຄ້າມະນຸດ ຢາເສພຕິດ ແລະ ສິນຄ້າເຖື່ອນ".
ໃນຣາຍງານ ເທື່ອນີ້ ຫ້ອງການ ອາສຍາກັມ ແລະ ຢາເສພຕິດ ສະຫະປະຊາຊາດ ຍັງປະກາດ ສນັບສນູນ ການປາບປາມ ຢາເສພຕິດ ຢູ່ສປປ ລາວ ໂດຍຈະຊ່ວຍ ພັທນາ ເຂດ ຊົນນະບົດ ທີ່ຍັງມີ ການປູກຝິ່ນ ໃຫ້ຊາວລາວ ເຊົາປູກຝິ່ນ.