ເອເຊັຍຫຼະຫຼວມກົດໝາຍ ຕ້ານການຄ້າມະນຸດ

ອົງການ ສະຫະ ປະຊາຊາດ ຮຽກຮ້ອງ ໃຫ້ ເອເຊັຽ ບັງຄັບ ໃຊ້ ກົດຫມາຍ ຕ້ານ ການ ຄ້າມະນຸດ ຢ່າງ ເຄັ່ງຄັດ ແລະ ຈິງຈັງ.

0:00 / 0:00

ກົດຟັງສຽງ

ເຈົ້າຫນ້າທີ່ ອົງການ ສະຫະ ປະຊາຊາດ ຝ່າຍຕ້ານ ການ ຄ້າມະນຸດ ກ່າວວ່າ ປະເທດ ລຸ່ມ ແມ່ນ້ຳຂອງ ເຊັ່ນ ໄທ ກຳພູຊາ ແລະ ສປປລາວ ຫລົ້່ມເຫລວ ໃນການ ບັງຄົບ ໃຊ້ກົດຫມາຍ ຕ້ານການ ຄ້າມະນຸດ. ຜົລສລຸບ ດັ່ງກ່າວ ມີຂຶ້ນ ໃນຂນະ ທີ່ເຈົ້າຫນ້າທີ່ ຣະດັບສູງ ດ້ານຕ້ານ ການ ຄ້າມະນຸດ ຂອງ ອົງການ ສະຫະ ປະຊາຊາດ ໄດ້ເຂົ້າມາ ສຶກສາ ກ່ຽວກັບ ບັນຫາ ດັ່ງກ່າວ ທີ່ ປະເທດໄທ ໃນຫວ່າງມໍ່ໆ ມານີ້ ໄດ້ເຫັນວ່າ ຍັງມີການ ທາລຸນ ຄົນງານ ຕ່າງດ້າວ ໃນໄທ ຢູ່ຕລອດມາ.

ນາງ joy Ezeillo ເຈົ້າຫນ້າທີ່ ຣະດັບສູງ ຕ້ານການ ຄ້າມະນຸດ ອົງການ ສະຫະ ປະຊາຊາດ ເວົ້າວ່າ ບັນດາ ປະເທດ ດັ່ງກ່າວ ຕ້ອງໄດ້ໃຊ້ ກົດຫມາຍ ປາບປາມ ການ ຄ້າມະນຸດ ທີ່ຕົນ ມີຢູ່ ຢ່າງ ເຄັ່ງຄັດ ຈິງຈັງ.
ນາງວ່າ ຢູ່ປະເທດໄທ ຍັງມີການ ຄ້າມະນຸດ ຫລາຍ ພໍສົມຄວນ ແຕ່ທາງຝ່າຍ ເຈົ້າຫນ້າທີ່ ໄທ ກໍໄດ້ສ້າງ ຄວາມຄືບຫນ້າ ໃນການ ຈັບກຸມ ກຸ່ມດັ່ງກ່າວ ມາລົງໂທດ ແລະ ສໍາລັບ ເຣື້ອງການ ປາບປາມ ເຈົ້າໜ້າທີ່ ໄທ ຜູ້ສໍ້ໂກງ ກົດຂີ່ ກຸ່ມ ຄົນງານ ເຄື່ອນທີ່ ກໍຄວນເຮັດ ໃຫ້ໄດ້ຫລາຍ ກວ່ານັ້ນ.

ຫລັງຈາກ ສຳຣວດ ເຣື້ອງ ປະຕິບັດງານ ຂອງ ເຈົ້າຫນ້າທີ່ ໄທ ໃນການ ປາບປາມ ກຸ່ມ ຄ້າມະນຸດ ໃນໄທ ແລ້ວ, ນາງ ອີເຊໂລ ບອກວ່າ ປະເທດໄທ ຍັງເປັນ ທາງຜ່ານ, ຕົ້ນທາງ ແລະ ປາຍທາງ ສຳລັບ ການ ຄ້າມະນຸດ ໃນ ຂົງເຂດ ຢູ່.