ການສູບດິນຊາຍ ຈາກນໍ້າຂອງ ເຮັດໃຫ້ຕະລິ່ງເຈື່ອນ

ການຂຸດສູບ ດິນຊາຍ ຈາກນໍ້າຂອງ ໃນເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ຍັງເຮັດໃຫ້ ຕະລິ່ງ ຟາກຝັ່ງໄທ ເຈື່ອນເພພັງ ຕລອດມາ

0:00 / 0:00

ບໍຣິສັດເອກກະຊົນຈີນ ທີ່ສັມປະທານ ເຂດເສຖກິດ ພິເສດ ຍັງຂຸດສູບດິນຊາຍ ຈາກແມ່ນ້ຳຂອງ ເພື່ອເອົາໄປໃຊ້ ພັທນາ ເຂດເສຖກິດພິເສດ ສາມຫລ່ຽມຄຳ ຢູ່ຕໍ່ມາ ເຖິງວ່າ ສຳນັກງານຂົນສົ່ງ ທາງນ້ຳ ແຂວງຊຽງຮາຍ ປະເທດໄທ ໄດ້ຂັດຄ້ານຜ່ານ ຄະນະກັມມະການ ການເດີນເຮືອພານິດໃນແມ່ນ້ຳລ້ານຊ້າງ ຫລືແມ່ນ້ຳຂອງ ຊຶ່ງປະກອບດ້ວຍ ຈີນ ລາວ ພະມ່າແລະໄທ ແລ້ວກໍຕາມ. ການດູດເອົາດິນຊາຍ ດັ່ງກ່າວເຮັດໃຫ້ ຕະລິ່ງທາງຝັ່ງໄທ ເຈື່ອນພັງລົງເລື້ອຍໆ ແລະຢ້ານວ່າ ໃນລະດູຝົນ ຊຶ່ງນ້ຳຈະຂຶ້ນຫລາຍ ຍິ່ງອາດຈະສ້າງ ຄວາມເສັຍຫາຍ ຫລາຍເພີ້ມຂຶ້ນອີກ. ທ່ານ ອະພິສິດ ຄຳພິໂລ ຫົວໜ້າສຳນັກງານ ຂົນສົ່ງທາງນ້ຳ ແລະ ພານິຊນາວີ ແຂວງຊຽງຮາຍ ປະເທດໄທ ເວົ້າວ່າ:

"ຜົນກະທົບເລີ້ມເຫັນ ເລີ້ມເຫັນ ແຈ່ມແຈ້ງຂື້ນ ເຂດກົງກັນຂ້າມ ກັບເກາະດອນຊາວ ເລີ້ມມີນ້ຳກັດເຊາະ ຕະລິ່ງຫລາຍຂື້ນ".

ທ່ານເວົ້າຕໍ່ໄປວ່າ ທີ່ຜ່ານມາ ສປປລາວ ບໍ່ເຄີຍແຈ້ງຕໍ່ ຝ່າຍໄທ ວ່າຈະມີການ ຂຸດສູບດິນຊາຍ ໃນເຂດ ເສຖກິດພິເສດ ສາມຫລ່ຽມຄຳ ຝັ່ງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຊຶ່ງການກະທຳ ດັ່ງກ່າວໄດ້ເລີ້ມມາ ກວ່າ 1 ປີແລ້ວ, ມີແຕ່ຂໍເຮັດໂຄງການປ້ອງກັນ ແລະພັທນາ ແຄມຝັ່ງແມ່ນ້ຳຂອງ ຢູ່ນະຄອນຫລວງ ວຽງຈັນ ກົງກັນຂ້າມກັບ ແຂວງ ໜອງຄາຍເ ທົ່ານັ້ນ.

ທ່ານເວົ້າຕໍ່ອີກວ່າ ທາງການໄທໄດ້ ສົ່ງໜັງສືຂັດຄ້ານ ຕໍ່ວ່າໄປຫາ ຄະນະກັມມະການ ການເດີນເຮືອພານິດ ໃນແມ່ນ້ຳ ລ້ານຊ້າງ ຫລາຍເທື່ອແຕ່ກໍບໍ່ ເຫັນວ່າທາງການ ລາວ ໄດ້ເອົາມາຕການ ກ່ຽວກັບເຣື້ອງນີ້ ຢ່າງໃດເລີຍ.

ຍ້ອນເກີດບັນຫາ ຕະລິ່ງເຈື່ອນ ທີ່ອາດຈະຮ້າຍແຮງ ຂຶ້ນໃນຍາມຝົນ ທີ່ມີນ້ຳມາກ ທາງການໄທ ຈຶ່ງຢາກຮ້ອງຮຽນ ຫາຝ່າຍລາວເພື່ອ ຮ່ວມປຶກສາຫາລືກັນ ແກ້ໄຂບັນຫາ ນີ້ຢ່າງຈິງຈັງ ແລະຮີບດ່ວນ.