ວຽດນາມ ຈະຊ່ອຍລາວ ຈັດ ຊີເກມ

ວຽດນາມ ຈະຊ່ວຍລາວ ໃນການເປັນເຈົ້າພາບ ການແຂ່ງຂັນກິລາ SEA GAMES ຄັ້ງທີ 25 ໃນປີ 2009, ຕາມຄໍາເວົ້າ ຂອງ ທ່ານ Hoang Vinh Giang ຮອງປະທານ ຄະນະກໍາມະການ ກິລາໂອແລັມປິກ ວຽດນາມ.

ຢູ່​ກອງ​ປະຊຸມ ຄະນະ​ກໍາມະການ​ ໂອ​ແລັມປິກລາວ ​ແລະ ​ວຽດນາມ ​ໃນກຸງ​ຮ່າ​ໂນ່ຍ ​ເມື່ອ​ວັນ​ອາທິດ ​ຜ່ານ​ມາ ທ່ານ Giang ກ່າວ​ວ່າ ວຽດນາມ​ ຈະ​ເປັນ​ຄູ່​ພາຄີ ຮ່ວມ​ກັບ​ລາວ ​ໃນ​ການຈັດ​ຕັ້ງ ​ກິລາ ​ສີ​ລປະ ປ້ອງ​ກັນ​ຕົວ martial art ​ເຊັ່ນ ກາຣາ​ເຕ ​ເຕກອນ​ໂດ ມວຍ​ປໍ້າ ວູຊູ ຍີ​ງປືນ ດໍາ​ນໍ້າ​ ເປັນ​ຕົ້ນ.

ວຽດນາມ ຜູ້​ເຄີຍ​ເປັນ​ເຈົ້າພາບ ​ຈັດການ​ແຂ່ງຂັນ ກິລາ SEA GAMEs ຄັ້ງທີ 22 ​ໃນ​ປີ 2003 ຜ່ານ​ມາ​ນັ້ນ ຈະ​ສົ່ງ​ ຄະນະ​ ຜູ້ຊ່ຽວຊານ ຂອງ​ຕົນ ມາ​ຊ່ວຍ​ຝຶກ​ແອບ ​​ໃຫ້​ແກ່ນັກ​ກິລາ ລາວ. ທາງ​ດ້ານ ທ່ານ​ແສງ​ພອນ ພົນ​ອາມາດ ຮອງ​ປະທານ ​ໂອ​ແລັມປິກ​ລາວ ບອກ​ວ່າ ລາວ ຈະ​ເປັນ​ເຈົ້າພາບ ຈັດ​ກິລາ 25 ປະ​ເພດ​​ ໃນ​ການແຂ່ງຂັນ ກິລາ​ຊີ​ເກັມ ​​ປີ​ໜ້າ.

ກ່ອນໜ້ານີ້ ກໍ​ມີ ຣາຍງານ​ວ່າ ສະ​ໂມ​ສອນ Hoang Anh ​ໃນ​​ແຂວງ Gia Lai ຂອງ​ວຽດນາມ ຊຶ່ງ​ເປັນ​ສະ​ໂມ​ສອນ​ ມື​ອາຊີບ ​ໄດ້​ຮັບປາກ​ວ່າ ຈະ​ໃຫ້ການ​ຝຶກ ​ນັກ​ກິລາ ​ເຕະ​ບານ ຂອງ​ລາວ ພ້ອມ​ທັງ ​ໃຫ້​ສະຖານ​ທີ່ ​ພັກ​ ​ເງິນ ​ສໍາລັບ ​ການ​ຢູ່​ການ​ກິນ ​ໃນ​ໄລຍະ​ ທີ່​ຝຶກ​ແອບ ​ແລະ ​ທາງ​ສະ​ໂມ​ສອນ Hoang Anh ຊຶ່ງ​ມີ​ ສາຍ​ພົວພັນ​ກັບ ສະ​ໂມ​ສອນ​ກິລາ ​ເຕະບານ Arsenal ຂອງ​ອັງກິດ ​ນັ້ນ ກໍ​ຫວັງ​ ວ່າ ຈະ​ສາມາດ​ ຊ່ວຍຍົກ​ ຄວາມ​ສາມາດ ຂອງ​ທີ​ມລາວ ​ເພື່ອ​​ພ້ອມແຂ່ງຂັນ​ ກັບ​ທີ​ມ ຈາກ​ປະ​ເທດ​ອຶ່ນ ​ໃນ​ຊີ​ເກັມ​ຊ ຢູ່​ລາວ.

ການ​ແຂ່ງຂັນ ​ກິລາ​ຊີ​ເກັມ​ຊ ຄັ້ງ​ທີ 25 ຊຶ່ງ​ລາວ ​ຈະ​ເປັນ​ເຈົ້າພາບ ຈະ​ຈັດ​ຂຶ້ນ ຣະຫວ່າງ​ ວັນ​ທີ 3 ຫາ 12​ ເດືອນ​ທັນວາ ປີ 2009 ທີ່​ສນາມ​ກິລາ​ ແຫ່ງ​ຊາດ​ ແຫ່ງ​ໃໝ່ ທີ່​ຈີນ​ສ້າງ​ໃຫ້ ​ໃນ​ນະຄອນຫລວງ​ວຽງຈັນ ຕາມຣາຍງານ​ຂ່າວ ​ຈາກ​ທ້ອງ​ຖີ່​ນ ກ່ອນໜ້ານີ້.