ສປປລາວ ເຖິງແມ່ນວ່າ ຈະມີໂຄງການລົງທຶນ ຂນາດໃຫຍ່ຂອງ ຕ່າງປະເທດ ແຕ່ຄົນລາວ ເກືອບບໍ່ໄດ້ຜົລປະໂຫຍດ ຫຍັງເລີຍ ເພາະສປປລາວ ບໍ່ໄດ້ກະຕຣຽມ ຊັພຍາກອນມະນຸດ ໄວ້ໃຫ້ພ້ອມ ໃນການປະຕິບັດງານ. ຍ້ອນແນວນັ້ນ ຫົວໜ່ວຍທຸຣະກິດຕ່າງໆ ຈຶ່ງມີຄວາມຈໍາເປັນ ຕ້ອງໄດ້ນໍາເຂົ້າແຮງງານ ຈາກຕ່າງປະເທດ ເຂົ້າມາເຮັດວຽກ ແທນທີ່ຈະເປັນ ແຮງງານລາວ.
ຂ່າວຈາກທ້ອງຖິ່ນ ລາຍງານຕື່ມວ່າ ໃນວັນທີ 9 ກັນຍາປີ 2009 ບໍຣິສັດ ດອກງີ້ວຄໍາຈໍາກັດ ຂອງຈີນ ເຈົ້າຂອງແຫລ່ງ ກາສິໂນ ໃນໂຄງການພັທນາ ເສຖກິດ ແລະ ການທ່ອງທ່ຽວ ໃນເນື້ອທີ່ 800 ກວ່າເອັກຕາຣ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຊຶ່ງໄດ້ຮັບສັມປະທານ ຈາກຣັຖບານລາວ ດົນເຖິງ 75 ປີນັ້ນ ຈ້າງຄົນງານຊຶ່ງອາດ ເວົ້າໄດ້ວ່າ ລ້ວນແລ້ວແຕ່ ເປັນຄົນງານຕ່າງດ້າວ.
ນັກວິຊາການ ຫລາຍຄົນບອກວ່າ ເຖິງຈະເປັນໂຄງການ ໃຫຍ່ຫລູຫລາ ແລະເບິ່ງຄືວ່າ ປະຊາຊົນລາວ ໜ້າຈະໄດ້ຜົລປະໂຫຍດຫລາຍ ແຕ່ໃນຄວາມເປັນຈິງ ຄົນງານທຸກປະເພດ ໃນເຂດເສຖກິດພິເສດ ຢູ່ແຂວງບໍ່ແກ້ວ ເປັນຄົນຈີນຫລາຍກວ່າ 95ສ່ວນຮ້ອຍ. ພນັກງານໃນໂຮງແຮມ 5 ດາວທີ່ໄດ້ເປີດ ຢ່າງເປັນທາງການ ເມື່ອວັນທີ 9 ກັນຍາ ປີ 2009 ກໍເປັນຄົນຈີນ 95 ສ່ວນຮ້ອຍ. ຄົນງານກໍ່ສ້າງໂຮງແຮມ ເປັນຄົນຈີນຮ້ອຍສ່ວນຮ້ອຍ. ຜູ້ປະກອບການ ຮ້ານອາຫານ, ຮ້ານບໍຣິການ ແລະ ຮ້ານຄ້າຕ່າງໆ ເປັນຄົນຈີນ 99 ສ່ວນຮ້ອຍ, ເປັນຄົນລາວພຽງ 1ສ່ວນຮ້ອຍ.
ພ້ອມກັນນັ້ນ ປະຊາຊົນລາວ ໃນແຂວງບໍ່ແກ້ວ ຈະເຂົ້າໄປໃນເຂດ ເສຖກິດພິເສດ ໃນແຂວງຂອງຕົນເອງ ກໍເກືອບວ່າຈະບໍ່ໄດ້. ລູກຫລານ ຂອງຄົນໃນເຂດນີ້ ບໍ່ໄດ້ປະໂຫຍດຫຍັງເລີຍ ຈາກນັກທຸຣະກິດຈີນ ທີ່ເຂົ້າມາລົງທຶນ. ສິ່ງທີ່ໄດ້ຮັບ ກໍຄືຜົນກະທົບ ທາງສຽງ, ທາງສາຍຕາ ຕລອດທັງຄວາມເຊື່ອມໂຊມ ທາງສັງຄົມ ທີ່ພວມຈະຕາມມາ ຈາກໂຮງກາສິໂນ ຂນາດໃຫຍ່.
ອີກສິ່ງນຶ່ງ ທີ່ຮູ້ກັນທົ່ວໄປ ກໍແມ່ນ ອາຫານ-ຢຸກຢາ ທີ່ນັກທຸຣະກິດຈີນ ແລະໄທສົ່ງເຂົ້າມາຂາຍ ໃນລາວນັ້ນ ກໍມັກເປັນສິນຄ້າ ໝົດອາຍຸ ບໍ່ມີຄຸນນະພາບ ຢາປອມ ແລະສິນຄ້າປອມ ກໍມີຫລາຍ. ຫລາຍຄັ້ງ ທີ່ເຂົ້າໄປກວດກາ ກໍໄດ້ພົບອາຫານ ແລະຢາໝົດອາຍຸ ຈໍານວນຫລາຍ. ບາງຄັ້ງເຈົ້າໜ້າທີ່ ປະຈໍາແຂວງ ຕ້ອງເອົາມາ ທໍາລາຍຖິ້ມ 200-300 ກິໂລ.
ຜ່ານມາ ສິນຄ້າປອມຂອງຈີນ ໄດ້ກະຈາຍໄປ ທົ່ວປະເທດ ຊຶ່ງເປັນອັນຕະລາຍ ຕໍ່ສຸຂພາບຂອງ ຊາວລາວ. ໃນນັ້ນ ກໍມີກໍຣະນີ ທີ່ນັກຮຽນ 122ຄົນ ໃນແຂວງ ຈໍາປາສັກ ຖືກນໍາສົ່ງໂຮງໝໍ ໂດຍດ່ວນ ຍ້ອນໄດ້ຮັບສານພິດ ຈາກການກິນ ເຂົ້າໜົມທີ່ຜລິດ ໃນສປຈີນ.