ຄວາມແຫ້ງແລ້ງ ໃນແຂວງບໍຣິຄໍາໄຊ
ສະພາບອາກາດ ທີ່ແຫ້ງແລ້ງ ໃນແຂວງ ບໍຣິຄໍາໄຊ ສົ່ງຜົລກະທົບ ຕໍ່ການປະກອບ ອາຊີບຫລັກ ຂອງປະຊາຊົນ ເຮັດໃຫ້ລາຍໄດ້ ຍິ່ງຫລຸດລົງ.
-
ມະນີຈັນ
2010-07-12 -
-
-
Your browser doesn’t support HTML5 audio
ພັຍແຫ້ງແລ້ງ ທີ່ເກີດຈາກ ຝົນບໍ່ຕົກ ຕາມຣະດູການ ສົ່ງຜົລກະທົບ ໂດຍກົງໃສ່ການ ດໍາຣົງຊີວິດ ຂອງປະຊາຊົນ ທີ່ມີອາຊີບ ເຮັດນາ ແລະ ຫາຂອງປ່າໄປຂາຍ ຊຶ່ງເຮັດໃຫ້ຣາຍໄດ້ ຂອງປະຊາຊົນ ເຫຼົ່ານັ້ນຫຼຸດລົງ. ຊື່ງເປັນບັນຫາໃຫຍ່. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຫ້ອງການ ສິ່ງແວດລ້ອມ ແຂວງບໍຣິຄໍາໄຊ:
"ໂດຍສະເພາະ ກ່ຽວກັບການປູກເຂົ້າ ຂອງຊາວບ້ານ ຂອງປະຊາຊົນ ລໍາບາກກວ່າທຸກໆປີ ຝົນບໍ່ຕົກ ອັນນັ້ນໜັກ ເປັນອັນດັບແລກ ສິ່ງທີ່ເປັນຫ່ວງແມ່ນ ເຂົ້າບໍ່ມີນໍ້າ ທົ່ງນາບໍ່ມີນໍ້າ".
ທ່ານກ່າວຕໍ່ໄປວ່າ ໃນປັຈຈຸບັນນີ້ ປະຊາຊົນ ບໍ່ສາມາດເຮັດນາໄດ້ ເພາະບໍ່ມີນໍ້າພໍ ປະຊາຊົນ ຈໍານວນນຶ່ງ ຈຶ່ງຫັນໄປເຮັດ ເຂົ້າໄຮ່ແທນ. ການປູກເຂົ້າໄຮ່ ຫລືເຮັດໄຮ່ໝູນວຽນ ສາມາດທົນຕໍ່ ດິນຟ້າອາກາດ ໄດ້ທຸກແບບ. ປະຊາຊົນ ອີກຈໍານວນນຶ່ງ ກໍຫັນໄປປູກພືດ ປະເພດໝາກຖົ່ວ ແທນ ຍ້ອນວ່າ ແຂວງບໍຣິຄໍາໄຊ ລະຍະນີ້ ມີການປູກຕົ້ນ ຢາງພາລາຫລາຍ ເຮັດໃຫ້ບໍ່ມີພື້ນທີ່ ພຽງພໍສໍາລັບ ການປູກພືດ ສນິດອື່ນໆ. ສ່ວນເຣື້ອງ ການຊອກຫາ ເຄື່ອງປ່າຂອງດົງ ເພື່ອໄປຂາຍ ຕາມປົກກະຕິ ຄືທຸກໆປີ ປະຊາຊົນໃນເຂດ ຫ່າງໄກ ກໍຫາບໍ່ໄດ້ ຄືເກົ່າ:
"ນອກຈາກເຣື້ອງທໍານາ ກໍແມ່ນເລື່ອງ ກ່ຽວກັບເຣື້ອງພວກ ທີ່ຫາກິນ ຕາມທັມມະຊາດ ອາຈເປັນຊາວບ້ານ ອາຈເປັນປະຊາຊົນ ທີ່ຢູ່ຊົນນະບົດ ຫ່າງໄກສອກຫລີກ ໂດຍສະເພາະ ກໍແມ່ນກ່ຽວກັບເລື່ອງ ການຫາເຄື່ອງປ່າ ຂອງດົງ ນັ້ນກໍບໍ່ໄດ້ ດັ່ງຕາມທີ່ທຸກໆປີ".
ທ່ານກ່າວສລຸບວ່າ ພັຍແຫ້ງແລ້ງ ໃນປີນີ້ ຖືວ່າຮຸນແຮງ ເຮັດໃຫ້ຂາດແຄນນໍ້າ ສໍາລັບການຜລິດ ກວ່າທຸກໆປີທີ່ຜ່ານມາ ພາຍຫລັງຝົນບໍ່ຕົກ ຕາມຣະດູການ. ນໍ້າຕາມຫ້ວຍໜອງ ທີ່ມີຢູ່ກໍບໍ່ພຽງພໍ ຊຶ່ງບັນຫາຕ່າງໆ ທີ່ເກີດຂຶ້ນນີ້ ຍັງບໍ່ສາມາດ ຫາທາງແກ້ໄຂໄດ້ ເພາະເປັນປາກົດການ ຈາກທັມມະຊາດ.