ນັກລົງທຶນ ຈີນ ບ້ຽວສັນຍາ ຊາວສວນມັນຕົ້ນ ແຂວງອຸດົມໄຊ

ຊາວກະສິກອນ ໃນແຂວງອຸດົມໄຊ ສຸມໃສ່ ການປູກມັນຕົ້ນ ໃນເນື້ອທີ່ 106 ເອັກຕາຣ ໂດຍຄາດວ່າ ຈະໄດ້ຮັບ ຜົນຜລິດ 532 ກວ່າຕັນ ແຕ່ກໍມາ ປະສົບກັບ ຄວາມເດືອດຮ້ອນ ເມື່ອບໍ່ມີ ຕລາດຮອງຮັບ ຍ້ອນບໍຣິສັດ ລົງທຶນ ຂອງຈີນ ບໍ່ມາເກັບຊື້ ຕາມສັນຍາ.

ສະ​ນັ້ນ ​​ມັນ​ຕົ້ນ ​ທັງໝົດ ຂອງ​ເຂົາ​ເຈົ້າ​ ຍັງ​ຄ້າງ​​ຢູ່ນັ້ນ ​ແລະ ອາ​ດຈະ​ເສັຽຫາຍ​ໄດ້ ​ຫາກ​ເວລາ ​ແກ່ຍາວ​ອອກ​ໄປ​ ຕື່ມ​ອີກ. ຍານາງ ສົມລີ ສຸພັນ​ທອງ ຫົວ​ໜ້າ ຜ​ແນ​ກອຸດສາຫະກໍາ ການ​ຄ້າ ​ແຂວງ​ອຸດົມ​ໄຊ ກ່າວ​ວ່າ ບໍຣິສັດ ​ທີ່​ມາ​ເຮັດ​ສັນຍາ ລົງທຶນ​ປູກ​ມັນ​ຕົ້ນ ​ກັບ​ປະຊາຊົນນັ້ນ ມິດ​ງຽບ-ຕິດ​ຕໍ່ ​ບໍ່​ໄດ້​ເລີຍ ອັນ​ສ້າງ​ຄວາມໜັກ​ໃຈ​ ໃຫ້​ແກ່​ຂ​ແນງການ ກ່ຽວຂ້ອງ ​ເນື່ອງ​ຈາກ ​ປະຊາຊົນ ຮຽກຮ້ອງ ​ໃຫ້​ຊ່ວຍ​ແກ້​​ໄຂ ​ແລະ​ຊອກ​ຫາ​ຕລາດ​ໃຫ້ ​ເພື່ອ​ຈະ​ໄດ້​ເງິນ​ ໄປ​ຊໍາຣະໜີ້ ທະນາຄານ.

​ເວລາ​ນີ້ ທາງ​ຂ​ແນງການ ​ກ່ຽວຂ້ອງ ກໍ​ຫັວງ ທີ່​ຈະ​ຊ່ວຍ ​ໃຫ້​ມີ​ການ​ສົ່ງ ​ມັນ​ຕົ້ນ ອອກ​ຂາຍ ​ໄດ້​ພາຍ​ໃນ​ທ້າຍ​ເດືອນ​ທັນວານີ້ ​ເພື່ອຊາວ​ສວນ ​ມັນ​ຕົ້ນ ​ໃນ​ແຂວງ ຈະ​ບໍ່​ປະສົບ​ ຄວາມ​​ເສັຽຫາຍ ຄື​ກັນ​ກັບ ​ໃນ​ຫລາຍ​ແຂວງ ທີ່​ປະສົບ ຢ່າງໜັກໜ່ວງ ມາ​ແລ້ວ ຍ້ອນ​ນັກ​ລົງທຶນ ​ຊາວ​ຈີນ, ວຽດນາມ, ​ໄທ ​ແລະ ​ມາ​ເລ​ເຊັຽ ບໍ່​ຍອມ​ເກັບ​ຊື້ ​ຜົນ​ຜລິດ ຕາມ​ສັນຍາ​.

ນັກວິຊາ​ການ​ລາວ ​ທີ່​ບໍ່​ປະສົງ​ອອກ​ຊື່ ທ່ານ​ນຶ່ງ ​ໃຫ້​ຄວາມ​ເຫັນ​ວ່າ ການ​ປູກ​ພືດ ​ເປັນ​ສີນ​ຄ້າ​ ຂອງ​ຊາວ​ກະສິກອນ ​ໃນ​ແຂວງ​ຕ່າງໆ ຂອງ​ລາວ ສ່ວນ​​ໃຫຍ່ ຍັງ​ເຮັດ​ ພໍ​ໃຜ ​ພໍ​ລາວ, ຍັງ​ບໍ່​ທັນ​ຈັດ​ຕັ້ງ​ກັນ ​ເປັນ​ກຸ່ມ​ການ​ຜລິດ ​ເພື່ອ​ສົ່ງ​ອອກ​ເທື່ອ ຈຶ່ງ​ເຮັດ​ໃຫ້ ​ອໍານາດ​ ການ​ຕໍ່​ລອງ ​ໃນຕລາດ ບໍ່​ສູງ ​ແລະ ​ເສັຽປຽບ ດ້ານຣາຄາ. ພ້ອມ​ກັນ​ນັ້ນ ການ​ແບ່ງ ​ຂັ້ນ​ຄຸ້ມ​ຄອງ​ ການສົ່ງ​ເສີມ ​ການ​ຜລິດ​ບໍ່​ຈະ​ແຈ້ງ, ການ​ຕິດ​ຕໍ່-ພົວພັນ ​ດ້ານ​ການ​ຕລາດ ຍັງ​ອ່ອນ. ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ບໍ່​ຊ່ວຍ ​ປົກ​ປ້ອງ​ ຜົນ​ປະ​ໂຫຍ​ດ ຂອງ​ປະຊາຊົນ​​ແລະ​ ບໍ່​ມີ​ຄວາມ​ຮັບຜິດຊອບ ​ໃດໆ ຕໍ່​ການ​ສູນ​ເສັຽ ຂອງ​ເຂົາ​ເຈົ້າ.

ປັຈຸ​ບັນ ການ​ຜລິດ​ກະສິກໍາ ​ເປັນ​ສິນຄ້າ ພືດ​ພັນຕ່າງໆ ຢູ່​ລາວ ​ຂຍາ​ຍຕົວ​ຫລາຍ ​ແຕ່​ຍັງ​ຂາດ​ ເຕັກນິກ-ວິຊາ​ການ ອັນ​ເຮັດ​ໃຫ້ ​ປະສິດທິພາບ​ ຂອງ​ການ​ຜລິດ​ຕໍ່າ ບໍ່​ກຸ້ມ​ຄ່າ ​ໃນການ​ລົງທຶນ-ການຊອກ​ ຫາ​ຕລາດ​ຈໍາໜ່າຍ ​ແລະ ​ອຶ່ນໆ.