ລາວອາຈສົ່ງເຂົ້າອອກ ນອກປະເທດໜ້ອຍລົງ

ສປປລາວ ອາຈຫລຸດຈໍານວນ ການສົ່ງເຂົ້າອອກ ເນື່ອງຈາກວ່າ ການຜລິດ ອາຈບໍ່ພຽງພໍ ກັບຄວາມຕ້ອງການ
ຈະເຣີນສຸກ
2009.12.07

ກົມນໍາເຂົ້າ ແລະ ສົ່ງອອກ ຂອງກະຊວງອຸດສາຫະກັມ ແລະ ການຄ້າ ກ່າວວ່າ ການສົ່ງເຂົ້າອອກ ຂາຍຕ່າງປະເທດ ໃນປີນີ້ ອາຈໄດ້ຫລຸດຈໍານວນລົງ ເນື່ອງຈາກວ່າ ຈະຕ້ອງລໍຖ້າເບິ່ງ ຜົນຜລິດເຂົ້າ ໃນປີນີ້ ໃຫ້ສາມາດ ພໍໃຊ້ ໃນປະເທດເສັຍກ່ອນ. ເຈົ້າໜ້າທີ່ ອຸດສາຫະກັມ ກ່າວວ່າ: 

”ໂຕນີ້ ເພິ່ນກໍມີນະໂຍບາຍ ສົ່ງເສີມການສົ່ງອອກເນາະ, ແຕ່ວ່າ ຕ້ອງດຸ່ນດ່ຽງ ຕົວເລກ ທາງພາຍໃນ ເຮົາກ່ອນ. ຖ້າຕົວເລກ ພາຍໃນເຮົາ ມັນຂາດ ແຄນ ຫລືວ່າ ມັນບໍ່ພໍແບບປີນີ້ເນາະ ມັນມີຜົນກະທົບ ແບບຊີ້ຮັ໋ນນາ ເພິ່ນກໍຈະໃຫ້ດຸ່ນດ່ຽງ ພາຍໃນ ເຮົາກ່ອນ. ຖ້າຫາກພາຍໃນ ເຮົາມີກິນແລ້ວ, ເຮົາກໍແມ່ນສົ່ງເສີມ ໃຫ້ສົ່ງອອກ.”

ສ່ວນຫລາຍແລ້ວ, ສປປລາວ ຈະສົ່ງເຂົ້າອອກ ພາຍໃຕ້ ຂອບຄວາມຮ່ວມມື ຂອງອາຊຽນ ຊຶ່ງສົ່ງອອກ ໃຫ້ກັບປະເທດວຽດນາມ ໂດຍຍົກເວັ້ນອັຕຣາພາສີ. ໃນປີນີ້ ໄດ້ສົ່ງອອກ ຈໍານວນນຶ່ງ ແຕ່ກໍບໍ່ຫລາຍ. ສ່ວນການສົ່ງອອກ ແບບທັມມະດາ ໃຫ້ກັບປະເທດຕ່າງໆນັ້ນ ຂນະນີ້ ລາວ ຍັງບໍ່ທັນມີແຜນການ ເນື່ອງຈາກວ່າ ອັຕຣາການຜລິດ ອາຈບໍ່ພໍໃຊ້ ພາຍໃນປະເທດ ຍ້ອນຜົນກະທົບ ຈາກພະຍຸ ເກສນາ ໃນແຂວງພາກໃຕ້.

ເຖິງຢ່າງໃດ ກໍດີ, ທາງຜແນກກະສິກັມ ຣາຍງານວ່າ ການປູກເຂົ້າ ນາປັງ ໃນຕົ້ນປີນີ້ ໄດ້ຜົລຜລິດ ເພີ້ມຂຶ້ນ ມີຕົວເລກ ການປັກດໍາ 94, 316 ເຮັກຕາຣ, ສ່ວນເຂົ້ານາປີ ທີ່ໄດ້ຮັບຜົນກະທົບ ຄວາມເສັຍຫາຍນັ້ນ ຍັງບໍ່ສາມາດ ປະເມີນຜົນໄດ້ ດັ່ງກ່າວ ໃນຕອນນຶ່ງ ວ່າ: 

”ໂຕນີ້ ມັນກະທົບ ຖືກຊ່ວງນາປີ ແມ່ນຢູ່ບາງເທື່ອນໍ້າຖ້ວມ 100 ເຮັກຕຣາ, ບາງເທື່ອ ໃນ 100 ເຮັກຕຣາ. ເຂົາກໍສາມາດ ເກັບກ່ຽວໄດ້ຢູ່ຮັ໋ນນາ, ແຕ່ວ່າ ຕ່າງແຕ່ ຜົລຜລິດ ມັນຈະໄດ້ຫລາຍເທົ່າໃດ ເພາະວ່າ ຢ້ານເຂົ້າມັນຈະບໍ່ໄດ້ມາຕຣາ ທີ່ມັນເຄີຍຈະໄດ້ ເພາະວ່າ ມັນອາດຈະເສັຍຫາຍ ຜົລຜລິດ ມັນອາດຈະຫລຸດລົງນ໋ະ ປີນີ້.”

ຜ່ານມາ ການຣາຍງານ ຈາກຜແນກກະສິກັມ ແຂວງອັຕປື ຣາຍງານ ວ່າ ຈາກເຫດການ ນໍ້າຖ້ວມ ເຮັດໃຫ້ ແຂວງອັຕປື ມີພື້ນທີ່ນາ ໄດ້ຮັບຄວາມເສັຍຫາຍ ປະມານ 20,700 ເຮັກຕາຣ, ຫລື 47 ສ່ວນຮ້ອຍ ຂອງພື້ນທີ່ ທັງໝົດ ແລະ ຍັງຄົງມີ ຄວາມຕ້ອງການພັນເຂົ້າ ເພື່ອແຈຍຍາຍ ໃຫ້ກັບປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.