ປະຊາຊົນ ໃນແຂວງ ອັຕະປື ຍັງມີ ບັນຫາ ໃນເຣື້ອງ ການພັດທະນາ ການ ກະສິກັມ ເຖິງແມ່ນວ່າ ຊີວິດ ການເປັນຢູ່ ທາງດ້ານ ສາທາ ຣະນະສຸກ ການ ຄົມະນາຄົມ ແລະ ໂຮງຮຽນ ຖືກປັບປຸງ ໃຫ້ດີຂື້ນ ກ່ວາເມື່ອກ່ອນ ກໍດີ ຍ້ອນ ໂຄງການ ພັດທະນາ ຂອງຣັຖ ຂາດເຂີນ ງົປະມານ, ຕາມທີ່ ເຈົ້າໜ້າທີ່ ຜແນກ ສວັດດີການ ແຂວງ ອັຕະປື ໄດ້ກ່າວ:
“ປະຊາຊົນ ຍັງເດືອດຮ້ອນ ຢູ່ ນີ້ກໍມີ ແຕ່ວ່າ ບັນຫາ ທຶນຮອນ ຫັ້ນແລ້ວ ບໍ່ມີ ຫລາຍ, ມີຢູ່ ຫາກບໍ່ມີ ຫລາຍ ທຳກະສິກັມ ທຳສວນ ທຳໄຮ່ ທຳນາ ນີ້”
ດັ່ງທີ່ ທ່ານ ໄດ້ກ່າວ ໄປແລ້ວນັ້ນ ວ່າ ໂຄງການ ພັດທະນາ ດ້ານ ກະເສຕະກັມ ໃນແຂວງ ອັຕະປື ຍັງຂາດ ງົປະມານ ຫລາຍ, ຈະວ່າ ໂຄງການ ຂອງຣັຖ ຫລື ຂອງ ເອກະຊົນ ກໍດີ. ໃນເມື່ອ ໂຄງການ ເລົ່ານີ້ ຂາດ ງົປະມານ, ແລ້ວມັນກໍມີ ຜົນສະທ້ອນ ຕໍ່ ວຽກງານ ການຜລິດ ທາງດ້ານ ກະສິກັມ ຂອງ ປະຊາຊົນ ໂດຍກົງ. ແນວທາງ ໃຫຍ່ໆ ຂອງ ການພັດທະນາ ກະສິກັມ ເພື່ອໃຫ້ ປະຊາຊົນ ມີຢູ່ ມີກິນ ໃຫ້ກຸ້ມ ຕົນເອງນັ້ນ ມີດັ່ງນີ້:
“ຣັຖະບານ ພວກເຮົາ ກໍເລັງ ໃຊ່ ການປູກ, ການລ້ຽງສັຕ. ມີ ການວາງແຜນ ລົງທຶນ ຄອບຄົວ ແລະ ພັດທະນາ ການຂຍາຍ ເນື້ອທີ່ ດິນນາ ຕ່າງໆ. ມັນກໍມີ ຫລາຍແຜນການ ກໍຍັງ ຄ່ອຍປັບປຸງ ແກ້ໄຂ ກັນໄປ ເທື່ອລະນ້ອຍ”
ແຂວງ ອັຕະປື ເປັນແຂວງ ທີ່ຢູ່ ສອກຫລີກ ຫ່າງໄກ, ບໍ່ມີ ໂຕເມືອງ ໃຫຍ່. ປະຊາຊົນ ສ່ວນໃຫຍ່ ເປັນ ຊົນເຜົ່າ ແລະ ຢູ່ ໃນສະພາບ ທຸກຍາກ. ທ່ານ ວ່າ ຈະອາໃສ ການຊ່ວຍເຫລືອ ຈາກ ພາກສ່ວນ ສວັດດີການແຂວງ ນີ້ ຄົງຈະບໍ່ທົ່ວ ເຖິງກັນ. ປະຊາຊົນ ຕ້ອງ ພະຍາຍາມ ພັດທະນາ ໂຕເອງ ໃຫ້ຫລາຍຂື້ນ ນອກຈາກ ຈະລໍຖ້າ ເງິນທຶນ ສນັບສນູນ ໂຄງການ ແຕ່ຢ່າງດຽວ.