ພິສູດສັນຊາຕ ແຮງງານລາວ ໃນປະເທດໄທ

ກະຊວງແຮງງານ ແລະ ສວັດດີການ ສັງຄົມ ສປປລາວ ຈະສົ່ງ ເຈົ້າໜ້າທີ່ ໄປພິສູດສັນຊາຕ ແຮງງານລາວ ຢູ່ປະເທດໄທ.

ເຈົ້າໜ້າ​ທີ່​ ກະຊວງ​ແຮງ​ງານ ​ຂອງ​ໄທ ​ທ່ານ​ນື່ງ ​ເປີດ​ເຜີຍ​ວ່າ ​ເມື່ອ​ບໍ່​ນານ​ມາ​ນີ້ ​ເຈົ້າໜ້າ​ທີ່ ​ຣະດັບ

ກະຊວງ​ ແຮງ​ງານ​ ແລະ ​ສວັດ​ດີກາ​ນ ສັງຄົມ ສປປລາວ ​ແລະ ​ໄທ ​ໄດ້​ເຂົ້າຮ່ວມ ​ປະຊຸມ​ກັນ ​ທີ່​ແຂວງ​ໜອງ​ຄາຍ ​ເພື່ອ​ສົນທະນາ ​ເຖີງບັນຫາ ​ແຮງ​ງານ​ລາວ ​ທີ່​ເຂົ້າ​ໄປ ​ເຮັດ​ວຽກ ​ຢູ່​ໄທ ຢ່າງ​ຜິດ​ກົດໝາຍ.

ຕໍ່​ບັນຫາ ​ດັ່ງກ່າວ ​ເຈົ້າໜ້າ​ທີ່ ​ທັງ​ສອງ​ຝ່າຍ ​ເຫັນ​ພ້ອມ ​ໃຫ້​ມີ​ການ​ພິສູດ ​ສັນ​ຊາຕ ​ແຮງ​ງານ​ລາວ ​ອີກ​ຄັ້ງນື່ງ​ ໂດຽ​ເຣີ່ມ​ແຕ່ ​ວັນ​ທີ່ 1 ກັນຍາ 2008 ນີ້ ​ໄປ​ຈົນ​ເຖີງ ວັນ​ທີ່ 28 ກຸມພາ 2009 ​ໂດຽ ທາງ​ກາຣ ສປປລາວ ຈະ​ສົ່ງ​ ເຈົ້າໜ້າ​ທີ່ ​ຈາກ​ກະຊວງ​ແຮງ​ງານ ​ເຂົ້າ​ໄປ ​ບາງກອກ ​ເພື່ອ​ພິສູດ​ ສັນ​ຊາຕ ​ແຮງ​ງານ​ລາວ ​ທີ່​ເຮັດ​ວຽກ ​ໃນ​ເຂ​ຕນັ້ນ.

​ແຕ່​ຖ້າ​ຫາກ​ວ່າ ​ແຂວງ​ໃດ ​ທີ່​ມີ​ແຮງ​ງານ​ລາວ ​ຫລາຍ​ກວ່ 50 ຄົນ​ຂື້ນ​ໄປ ​ແລະ ​ທາງ​ນາຍ​ຈ້າງ ​ມີ​ຈຸດປະສົງ​ ຢາກ​ໃຫ້ ​ເຈົ້າໜ້າ​ທີ່​ລາວ ​ໄປ​ສຳຣວດ ພິສູດ​ສັນ​ຊາຕ ທາງ​ຝ່າຍ​ລາວ ​ກໍ​ພ້ອມ ​ທີ່​ຈະ​ສົ່ງ ​ເຈົ້າໜ້າ​ທີ່ ຂອງ​ຕົນ​ ອອກ​ໄປ ​ພິສູດ​ສັນ​ຊາຕ ​ແຮງ​ງານ​ລາວ​ ໃນ​ແຂວງ​ດັ່ງກ່າວ ​ເຊັ່ນ​ດຽວ​ກັນ.

ຢ່າງ​ໃດ​ກໍ​ຕາມ ກາ​ນພິສູດ​ສັນ​ຊາຕ ​ແຮງ​ງານ​ລາວ ​ຢູ່​ປະ​ເທດ​ໄທຍ ຄັ້ງນີ້ ທາງ​ເຈົ້າໜ້າ​ທີ່ ​ກ່ຽວຂ້ອງ ​ຄາດ​ວ່າ​ ຈະ​ສາມາດ ​ພິສູດ​ສັນ​ຊາຕ​ ແຮງ​ງານ​ລາວ ​ທີ່​ໄປ​ຈົດ​ທະບຽນ​ໄວ້ ​ແລ້ວນັ້ນ ​ແຕ່​ຍັງ​ ບໍ່ມີ​ການ​ພິສູດ​ສັນ​ຊາຕ ຄັ້ງຜ່ານ​ມາ ​ຈຳນວນ 14,000 ຄົນ ​ໃຫ້​ສຳ​ເຣັດ ຊື່​ງ​ໃນ​ເວລາ​ນີ້ ​ມີ​ແຮງ​ງານ​ລາວ ​ເຮັດ​ວຽກ ​ຢູ່​ໄທ​ຢ່າງ​ຖືກຕ້ອງ ​ຕາມ​ກົດໝາຍ ​ທັງ​ໝົດ​ພຽງ 6,500 ຄົນ​ເທົ່າ​ນັ້ນ.