ກົດຟັງສຽງ
ໃນຣະຍະ 20 ກວ່າປີ ທີ່ຜ່ານມາ ເສຖກິດ ຂອງ ປະເທດ ໃນເອເຊັຍ ສະເລັຍແລ້ວ ຂຍາຍຕົວ ເຖິງ 6.4 ສ່ວນຮ້ອຍ ແຕ່ ປະຊາຊົນ ເຖິງ 40 ສ່ວນຮ້ອຍ ຍັງທຸກຍາກ ຂາດເຂີນ ມີຣາຍໄດ້ ບໍ່ເຖິງ 2 ດອນລ່າ ສະຫະຣັຖ ຕໍ່ມື້. ເສຖກິດ ປະເທດ ໃນເອເຊັຍ ຂຍາຍຕົວ ກວ່າ ເສຖກິດ ຂອງ ປະເທດ ທີ່ຈະເຣີນ ແລ້ວ ໃນຢູໂຣບ ແລະ ໃນ ອະເມຣິກາ ເໜືອ ຊຶ່ງສະເລັຍ ແລ້ວ ຂຍາຍຕົວ ບໍ່ເຖິງ 2 ສ່ວນຮ້ອຍ.
ທ່ານ Changyong Rhee ຫົວໜ້າ ຫ້ອງການ ເສຖກິດ ປະຈຳ ທະນາຄານ ພັທນາ ເອເຊັຍ ກ່າວວ່າ ເສຖກິດ ຂອງ ເອເຊັຍ ຂຍາຍຕົວ ຢ່າງບໍ່ຢຸດຢັ້ງ ໃນຣະຍະ ສອງທົດສວັດ ທີ່ຜ່ານມາ ແຕ່ການ ຂຍາຍຕົວ ນັ້ນ ບໍ່ສມ່ຳສເມີ ຄົນທຸກຍາກ ຍັງມີຫລາຍ ຊາວເອເຊັຍ ມີວຽກງານ ເຮັດຫລາຍຂື້ນ ແຕ່ວຽກງານ ນັ້ນ ເປັນວຽກງານ ທີ່ບໍ່ມີ ຄຸນນະພາບ ບໍ່ໃຫ້ ເງິນເດືອນສູງ ແລະ ສວັດດີການ ສັງຄົມ ກໍຍັງຕ່ຳ.
ທ່ານ ຣີ ອະທິບາຍ ຕື່ມວ່າ ປະຊາຊົນ ໃນເອເຊັຍ ສ່ວນຫລາຍ ເຮັດວຽກ ນອກຣະບົບ ເຊັ່ນຂາຍເຄື່ອງ ຂາຍຂອງ ຕາມຖນົນ ຫົນທາງ ພວກຫາກິນ ແບບນີ້ ບໍ່ມີ ເງິນເດືອນ ແລະ ບໍ່ມີ ສວັດດີການ ສັງຄົມ ແນວໃດ ເລີຍ. ຢູ່ ອິນເດັຍ 80 ສ່ວນຮ້ອຍ ຂອງ ພົລເມືອງ ທັງໝົດ ເຮັດວຽກ ນອກຣະບົບ ແລະ ຢູ່ ຈີນ 60 ສ່ວນຮ້ອຍ.
ທະນາຄານ ພັທນາ ເອເຊັຍ ຣາຍງານ ວ່າ ຄວາມບໍ່ ສເມີພາບ ຣະຫວ່າງ ຄົນຮັ່ງ ແລະ ຄົນທຸກ ນີ້ ອາດຈະສົ່ງ ຜົນກະທົບ ຕໍ່ຄວາມ ໝັ້ນຄົງ ທາງການ ສັງຄົມ ໃນຫລາຍ ປະເທດ ປະຊາຊົນ ຜູ້ທຸກຍາກ ອາດຈະເດີນ ຂະບວນ ປະທ້ວງ ແລະ ຮຽກຮ້ອງ ຂໍຂື້ນ ເງິນເດືອນ ແລະ ສວັດດີການ ອື່ນໆ ຫລາຍຂື້ນ.
