ນໍ້າບໍ່ສະອາດ ຈາກລໍາຫ້ວຍເມືອງດັກຈຶງ

ປະຊາຊົນ ຊາວເມືອງ ດັກຈຶງ ແຂວງເຊກອງ ມັກເປັນໂຣກ ເຈັບທ້ອງ ຍ້ອນກິນນໍ້າ ບໍ່ສະອາດ ຈາກລໍາຫ້ວຍ.
ໂພໄຊສວັດ
2010.12.06

ກົດຟັງສຽງ

ປະຊາຊົນ ຊາວເຜົ່າ ຈຳນວນຫລາຍ ທີ່ຢູ່ໃນ ເຂດຫ່າງໄກ ສອກຫລີກ ເມືອງດັກຈຶງ ແຂວງເຊກອງ ມັກເປັນ ພຍາດໃນທ້ອງ ເພາະກິນນ້ຳ ທີ່ບໍ່ສະອາດ ຈາກລຳຫ້ວຍ ແລະ ບໍ່ຮູ້ຈັກ ວິທີການ ກັ່ນຕອງນ້ຳ ເສັຍກ່ອນ. ເຈົ້າໜ້າທີ່ ຂແນງນ້ຳ ສະອາດ ຜແນກ ສາທາຣະນະສຸຂ ແຂວງ ເຊກອງ ເວົ້າວ່າ:

"ມັນຢູ່ຂຶ້ນ ໄປທາງເຂດ ເມືອງດັກຈຶງ ນ້ຳຫ້ວຍ ມັນຄືກັນ ກັບນ້ຳຂອງ ໄຫລລົງມາ ຈາກບໍ່ ຈັກປະເທດ ແລ້ວ ກໍມາຕື່ມ ປະເທດລາວ ສມັຍກ່ອນ ກໍມີສົງຄາມ ມີລູກລະເບີດ ທີ່ມັນເປື່ອຍ ມີເຄມີ ແລະ ກໍຄົນໄປ ດື່ມນ້ຳ ບໍ່ສະອາດ ບາງຄົນ ກໍເຈັບລຳໄສ້ ບາງຄົນກໍ ບໍ່ສະບາຍ ບາງຄົນຫລາຍໆ ເຮັດໃຫ້ເປັນ ກາຝາກ ໃນທ້ອງ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ນ້ຳຫ້ວຍ ທີ່ໄຫລຜ່ານມາ ຈາກ ປະເທດວຽດນາມ, ຊຶ່ງນອກຈາກ ຈະມີ ສານເຄມີ ຈາກລູກລະເບີດ ແຕ່ປາງ ສົງຄາມແລ້ວ ຍັງມີສິ່ງ ເໜົ່າເໝັນ ເປິເປື້ອນຕ່າງໆ ທີ່ປົນຢູ່ ແລະ ໄຫລລົງມາ ນຳກະແສນ້ຳ ທີ່ ຊາວບ້ານ ຕາມຊົນນະບົດ ນຳໄປດື່ມກິນ ແລະໃຊ້ ໂດຍບໍ່ໄດ້ ເຮັດໃຫ້ນ້ຳດັ່ງ ກ່າວສະອາດ ເສັຍກ່ອນ ຈຶ່ງເຮັດ ໃຫ້ບັນດາ ຊົນເຜົ່າ ໃນເຂດ ເມືອງດັກຈຶງ ເຈັບປ່ວຍ ຈຳນວນຫລາຍ.

ຍ້ອນບັນຫາ ກ່ຽວກັບ ສຸຂພາບ ການເຈັບປ່ວຍ ຂອງຊາວບ້ານ ຫລາຍຄົນ ຈຶ່ງໄດ້ພາກັນ ອອກມາຮຽກຮ້ອງ ໃຫ້ທາງການ ກ່ຽວຂ້ອງ ເອົາມາຕການ ແກ້ໄຂບັນຫາ ປັບປຸງ ສຸຂອະນາມັຍ ນ້ຳດື່ມ ແລະ ຫລຸດຜ່ອນ ການປ່ອຍນ້ຳເສັຍ ຈາກໂຮງງານ ອຸດສາຫະກັມ ລົງໃສ່ນ້ຳ ທີ່ ປະຊາຊົນ ຕ້ອງໄດ້ໃຊ້ ດື່ມກິນ ແລະອື່ນໆ ເພື່ອການຄອງຊີບ, ແຕ່ເຖິງ ປັດຈຸບັນນີ້ ກໍບໍ່ປາກົດ ວ່າມີໜ່ວຍງານ ໃດເຂົ້າມາ ໃຫ້ການຊ່ວຍເຫລືອ ຢ່າງຈິງຈັງ, ຍ້ອນວ່າ ການຊ່ວຍເຫລືອ ຕ້ອງການ ງົບປະມານ ຫລາຍ ພໍສົມຄວນ ຊຶ່ງທາງການ ກ່ຽວຂ້ອງ ຍັງຂາດເຂີນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.