ກົດຟັງສຽງ
ເຂົ້າຮ່ວມພິທີ ມີຜູ້ຕາງ ຣັຖບາລາວ ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກ ຣັຖມົນຕຣີ ແລະ ທາງຝ່າຍຈີນ ແມ່ນນາງ Bujianguo ເອກອັຄຣາຊທູດຈີນ ປະຈຳ ສປປລາວ. ໂຄງການ ກໍ່ສ້າງ ເຂື່ອນນ້ຳຄານ 2 ໃຊ້ ເງິນກູ້ ເຖິງ 308 ລ້ານ ດອລລ່າ ສະຫະຣັຖ ຈາກ ທະນາຄານ ຂາເຂົ້າ ຂາອອກ ຂອງຈີນ ແລະ ບໍຣິສັດ ໄຟຟ້າ ນ້ຳຕົກ ຂອງຈີນ ເປັນຜູ້ ຮັບເໝົາ ກໍ່ສ້າງ.
ເຂື່ອນນ້ຳຄານ 2 ເປັນເຂື່ອນ ໄຟຟ້າ ຂນາດໃຫຍ່ ສົມຄວນ ມີຄວາມຍາວ ເຖິງ 365 ແມັດ ແລະ ສູງເຖິງ 136 ແມັດ ຈະຜລິດ ໄຟຟ້າ ໄດ້ປະມານ 130 ເມກາວັດ ແລະ ນ້ຳຈະຖ້ວມເຖິງ 30 ຕາຕະລາງ ກິໂລແມັດ ມົນທົນ ການກໍ່ສ້າງ ຈະສໍາເຣັດ ພາຍໃນ ປີ 2015.
ດຣ. ບົວຄົງ ນາມມະວົງ ຮອງເຈົ້າແຂວງ ຫລວງພະບາງ ກ່າວວ່າ ຫລັງຈາກ ສ້າງສຳເຣັດ ເຂື່ອນນ້ຳຄານ 2 ຈະສົ່ງໄຟຟ້າ ໄປເຖິງເຂດ ຊົນນະບົດ ຫ່າງໄກ ເກືອບທົ່ວ ຂ.ຫລວງພະບາງ. ທ່ານ ສີສວັດ ທິຣະວົງ ຜູ້ອຳນວຍການ ຣັດວິສາຫະກິດ ໄຟຟ້າລາວ ກ່າວວ່າ ໄຟຟ້າ ຈາກ ເຂື່ອນນ້ຳຄານ 2 ຈະສົ່ງໄປເຖິງ ຫລາຍແຂວງ ໃນພາກເໜືອ ແລະ ພາກກາງ ຂອງລາວ ອາດຈະໄປເຖິງ ນະຄອນຫລວງ ວຽງຈັນ.
ຈີນມີແຜນ ຈະສ້າງເຂື່ອນ ໄຟຟ້າ ໃສ່ນ້ຳຄານ ນ້ຳຫງຽບ ແລະ ລຳນ້ຳອື່ນໆ ໃນພາກເໜືອ ຂອງລາວ ລວມທັງໝົດ ເຖິງ 8 ເຂື່ອນ ຕົວຢ່າງ ເຂື່ອນນ້ຳຄານ 3 ເຂື່ອນນ້ຳລອງ ເຂື່ອນ ນ້ຳຫງຽບ 2 ເປັນຕົ້ນ.