ຍີ່ປຸ່ນຊ່ວຍໂຄງການ ຣະບົບນໍ້າສະອາດ

ຣັຖບານ ຍີ່ປຸ່ນ ໃຫ້ການຊ່ວຍເຫລືອ ໂຄງການ ກໍ່ສ້າງ ຣະບົບນໍ້າລິນ ແລະ ໂຄງການ ກໍ່ສ້າງໂຮງຮຽນ ມັທຍົມສົມບູນ ຢູ່ແຂວງ ສວັນນະເຂດ ແລະ ແຂວງເຊກອງ.

0:00 / 0:00

ກົດຟັງສຽງ

ເມື່ອທ້າຍອາທິດ ຜ່ານມາ ໄດ້ມີການ ລົງນາມ ໃນສັນຍາ ຊ່ວຍເຫລືອ ກໍ່ສ້າງ 2 ໂຄງການ ຢູ່ແຂວງ ສວັນນະເຂດ ແລະ ແຂວງເຊກອງ ຣະຫວ່າງ ລາວ ແລະ ຍີ່ປຸ່ນ ທີ່ເຮືອນຮັບແຂກ ໄມຕີຈິດ, ເຊກອງ.
ສັນຍາຊ່ວຍເຫລືອ ດັ່ງກ່າວ ລົງນາມ ໂດຍທ່ານ ບົວໄລ ວິໄລວົງ ຫົວໜ້າຫ້ອງການ ສຶກສາ ແລະ ກິລາເມືອງ ລະມາມ ແຂວງເຊກອງ ແລະ ທ່ານ ສີນະແສນ ຖະວົງ ນາຍບ້ານບ້ານ ໂຄກແລ້ງ ເມືອງຈໍາພອນ ແຂວງສວັນນະເຂດ ກັບ ມາດາມ ຈຸນໂກະ ໂຢໂກຕະ ເອກອັຄຣາຊທູດ ຍີ່ປຸ່ນ ປະຈໍາ ສປປລາວ ໂດຍຊ້ອງໜ້າ ຍານາງ ຄໍາເສັງ ທຸມມະວົງ ຮອງເຈົ້າເມືອງ ເມືອງລະມາມ.

ໂຄງການ ຊ່ວຍເຫລືອລ້າ ຂອງຣັຖບານຍີ່ປຸ່ນ ທີ່ວ່ານັ້ນ ມີ 2 ໂຄງການ ຄື ໂຄງການກໍ່ສ້າງ ຣະບົບນໍ້າລິນ ແລະ ໂຄງການກໍ່ສ້າງ ໂຮງຮຽນ ມັທຍົມສົມບູນ.ໃນພິທີລົງນາມ ໃນສັນຍານັ້ນ ມາດາມ ຈຸນໂກະ ໂຢໂກຕະ ເອກອັຄຣາຊທູດ ຍີ່ປຸ່ນ ວ່າ ຣັຖບານຍີ່ປຸ່ນ ໄດ້ຊ່ວຍເຫລືອ 2 ໂຄງການ ຄື ໂຄງການຊ່ວຍເຫລືອ ກໍ່ສ້າງ ຣະບົບນໍ້າລິນ ຢູ່ບ້ານ ໂຄກແລ້ງ ແຂວງ ສວັນນະເຂດ ໃນມູນຄ່າ 97,464 ໂດລາ ສະຫະຣັດ ແລະ ໂຄງການ ກໍ່ສ້າງໂຮງຮຽນ ມັທຍົມສົມບູນ ຢູ່ບ້ານ ໂພນ ແຂວງເຊກອງ ໃນມູນຄ່າ 68,500 ໂດລາ ສະຫະຣັດ.

ຣັຖບານຍີ່ປຸ່ນ ໄດ້ໃຫ້ການ ຊ່ວຍເຫລືອ ໃນການຈັດຫາ ແຫລ່ງນໍ້າສະອາດ ໃຫ້ ສປປລາວ ເປັນຈໍານວນ 15 ໂຄງການ ໃນທົ່ວປະເທດ, ຍ້ອນວ່າຍັງມີ ປະຊາຊົນລາວ ຈໍານວນ ຫລວງຫລາຍ ທີ່ຕ້ອງການ ນໍ້າສະອາດໃຊ້ ແລະ ໂຮງຮຽນ ທີ່ໄດ້ມາຕຖານ ກໍຍັງຂາດເຂີນ ໃນປັດຈຸບັນນີ້.