ກົດຟັງສຽງ
ອົງການ ອາຫານໂລກ ຕົກລົງທີ່ ຈະຊ່ວຍ ອາຫານເສີມ ຈໍານວນ 21,000 ຕັນ ໃຫ້ໂຮງຮຽນ ຕ່່າງໆ ຊຶ່ງມີນັກຮຽນ ທັງໝົດ ປະມານ 39,000 ຄົນ ທີ່ຍັງຂາດເຂີນ ອາຫານ ໃນປີ 2012 ຫາ 2015. ອາຫານເສີມ ທີ່ວ່ານັ້ນ ມີທາດ ບໍາລຸງສູງ ແລະ ຈະແຈກຢາຍ ໃຫ້ນັກຮຽນ ປະຖົມ ແລະ ອະນຸບານ ໃນຕອນເຊົ້າ ມື້ຮຽນ ແລະ ໃຫ້ນັກຮຽນ ປະຖົມ ແລະ ມັທຍົມ ທີ່ນອນຫໍພັກ ຕື່ມອີກ.
ການຊ່ວຍເຫລືອ ຕາມໂຄງການ ອາຫານເສີມ ຂອງອົງການ ອາຫານໂລກ ຄັ້ງນີ້ ກໍເພື່ອຊ່ວຍ ໃຫ້ນັກຮຽນ ທີ່ທຸກຍາກ ຢູ່ຕາມ ຊົນນະບົດ ມີໂອກາດ ໄດ້ກິນ ອາຫານ ທີ່ມີ ທາດບໍາລຸງ ແລະ ມີສຸຂພາບດີ. ຄໍາຕົກລົງ ຂອງອົງການ ອາຫານໂລກ ດັ່ງກ່າວ ມີຂຶ້ນ ໃນຣະຫວ່າງ ກອງປະຊຸມ ກ່ຽວກັບ ໂຄງການ ອາຫານເສີມ ຊຶ່ງໄດ້ຈັດຂຶ້ນ ທີ່ຫ້ອງການ ຜແນກແຜນການ ແລະ ການລົງທຶນ ແຂວງ ຫລວງນໍ້າທາ ໃນຕົ້ນເດືອນ ກຸມພາ 2012 ນີ້.
ພ້ອມກັນນັ້ນ ທີ່ກອງປະຊຸມ ຍັງໄດ້ມີ ການແລກປ່ຽນ ຄວາມຄິດເຫັນ ກ່ຽວກັບ ຂໍ້ມູນ ຂ່າວສານ ທາງດ້ານ ໂພຊນາການ ເພື່ອປ້ອງກັນ ການຂາດອາຫານ ແລະ ການສນອງ ອາຫານ ທີ່ມີສານ ອາຫານ ພິເສດ ສານອາຫານ ທີ່ຄົບຖ້ວນ ໃຫ້ ແມ່ແລະເດັກ.
ສໍາລັບ ແມ່ມານ ທີ່ຝາກທ້ອງ 4 ຄັ້ງ ຈະໄດ້ຮັບ ເຂົ້າສານ 10 ກິໂລ ຕໍ່ຄັ້ງ. ຜູ້ທີ່ເກີດລູກ ຢູ່ໂຮງໝໍເມືອງ ຫລື ສຸຂສາລາ ກໍຈະໄດ້ຮັບ ເຂົ້າສານ ຄັ້ງລະ 10 ກິໂລ ເຊັ່ນກັນ. ສໍາລັບແມ່ຍິງ ທີ່ມາກວດ ພາຍຫລັງ ອອກລູກໃໝ່ ກໍຈະໄດ້ຮັບ ຄັ້ງລະຈໍານວນ ເທົ່າກັນ.
