ວຽກງານຫ້ອງການຣັຖບານ

ການ ທ້ອນໂຮມ 2 ຫ້ອງການ ເຮັດໃຫ້ ຫ້ອງການ ຣັຖບານ ມີຄວາມ ທ້າທາຍ ເພີ້ມຂຶ້ນ
ໂພໄຊສວັດ
2011.10.28
F-GOV-building ສຳນັກງານ ສຳນັກ ນາຍົກ ຣັດມົນຕຣີ ທີ່ ນະຄອນຫລວງ ວຽງຈັນ
RFA

ກົດຟັງສຽງ

ການ ທ້ອນໂຮມ ເຂົ້າກັນ ຂອງ ຫ້ອງການ ສໍານັກ ນາຍົກ ຣັຖມົນຕຣີ ແລະ ຫ້ອງການ ເລຂາທິການ ນາຍົກ ຣັຖມົນຕຣີ ຊຶ່ງຮວມທັງ ເລຂາທິການ ຣັຖບານ ສ້າງ ບັນຫາ ທ້າທາຍ ຫລາຍຢ່າງ ຊຶ່ງ ຕ້ອງ ມີການ ແກ້ໄຂ. ທ່ານ ຄໍາພັນ ເຜີຍຍະວົງ ຮອງ ຫົວໜ້າ ຫ້ອງການ ຣັຖບານ  ໄດ້ກ່າວ ໃນ ກອງປະຊຸມ ກ່ຽວກັບ ການ ບໍລິຫານ ວຽກງານ ທົ່ວປະເທດ ຄັ້ງທີ 6 ຢູ່ ນະຄອນ ຫລວງວຽງຈັນ ວ່າ:

"ຍັງມີ ບາງ ຈຸດອ່ອນ ແລະ ຂໍ້ຄ້າງ ທີ່ຕ້ອງ ໄດ້ ເອົາໃຈໃສ່ ການປະສານ ສົມທົບ ເພື່ອຕຽມ ເນື້ອໃນ ກອງປະຊຸມ ຣັຖບານ ຈໍານວນນຶ່ງ ຍັງບໍ່ທັນ ໄດ້ດີ ເທົ່າທີຄວນ ອັນນີ້ ເຮັດໃຫ້ ສະມາຊິກ ຣັຖບານ ຫລື ຜູ້ເຂົ້າຮ່ວມ ກອງປະຊຸມ ບໍ່ມີເວລາ ໄດ້ຄົ້ນຄວ້າ ກະຕຽມ ປະກອບ ຄວາມເຫັນ ໄດ້ຢ່າງ ເລິກຊຶ່ງ ການຕິດຕາມ ເກັບກໍາ ສະພາບ ແລະ ສນອງຂໍ້ມູນ ຂ່າວສານ ທີ່ສໍາຄັນ ຍັງບໍ່ທັນ ເປັນລະບົບ ຕໍ່ເນື່ອງ"       

ທ່ານ ຄໍາພັນ ເວົ້າຢໍ້າວ່າ ບັນຫາ ຫລັກ ກໍແມ່ນ ການກະຕຽມ ເອກກະສານ ທີ່ກ່ຽວກັບ ການນັດໝາຍ ການປະຊຸມ ຊຶ່ງ ຍັງຂັດຂ້ອງ ແລະຊັກຊ້າ ບໍ່ທັນເວລາ. ນອກຈາກນັ້ນ ການຄົ້ນຄວ້າ ສລຸບ ບັນຫາຕ່າງໆ ກໍຍັງ ບໍ່ວ່ອງໄວ ແລະ ລະອຽດ ເຮັດໃຫ້ ການພິຈຣະນາ ກ່ຽວກັບ ປະເດັນຕ່າງໆ ທີ່ສໍາຄັນ ຊັກຊ້າໄປ. ຍ້ອນຂາດ ຂໍ້ມູນ ທີ່ຈໍາເປັນ ແລະສໍາຄັນ ຈຶ່ງບໍ່ ສາມາດສລຸບ ວຽກງານ ຕ່າງໆ ໄດ້ທັນເວລາ. ຍ້ອນ ບັນຫາ ດັ່ງກ່າວນີ້ ທາງການ ຣັບຜິດຊອບ ຈຶ່ງຕ້ອງ ແກ້ໄຂ ບັນຫາ ທີ່ມີຢູ່ ໃຫ້ວຽກງານ ບັນລຸໄປໄດ້ ໂດຍສະເພາະ ການມອບສິດ ແລະແບ່ງໜ້າທີ່ ໃຫ້ສອດຄ່ອງ ກັບໜ້າວຽກ ແລະ ຖືກຕ້ອງ ກັບ ຄວາມສາມາດ ຂອງ ບຸຄລາກອນ ເພື່ອໃຫ້ ວຽກງານ ມີປະສິດທິພາບ ຕໍ່ໄປ. ທ່ານກ່າວ ໃນທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.