ກົດຟັງສຽງ
ໃນຣະຍະ ສາມປີ ທີ່ ຜ່ານມາ ປາກົດວ່າ ຊາວລາວ ທີ່ຕິດ ເຊື້ອໂຣຄ hiv ແມ່ນຄົນງານ ທີ່ກັບ ມາຈາກ ເຮັດວຽກ ໃນ ປະເທດໄທ ແຕ່ ປັດຈຸບັນ ຄົນລາວ ທັມມະດາ ສາມັນ ທີ່ບໍ່ໄດ້ ອອກໄປ ປະເທດ ໃດ ກໍຕິດ ເຊື້ອໂຣຄ ນີ້ ຫລາຍຂື້ນ. ດັ່ງເຈົ້າ ໜ້າທີ່ ສູນຕ້ານ ໂຣຄເອດສ໌ ກະຊວງ ສາທາຣະນະສຸຂ ກ່າວຕອນ ນຶ່ງວ່າ:
“ການ ຣະບາດ ເນາະ ຣະຍະ ເລິ້ມທຳອິດ ທີ່ເຮົາພົບ ຜູ້ຕິດເຊື້ອ ນີ້ ສ່ວນຫລາຍ ຈະເປັນ ປະຊາກອນ ເຄື່ອນຍ້າຍ ເນາະ ຂ້າເຈົ້າ ຈະອອກໄປ ຂາຍແຮງງານ ຢູ່ຕ່າງ ປະເທດ ກັບມາ ແລ້ວ ກໍຕິດເຊື້ອ HIV ມາ ແຕ່ວ່າ ໃນ Wave ທີ່ສອງ ຂອງການ ແຜ່ຣະບາດ ດຽວນີ່ ຕອນນີ້ ນີ່ກໍຄື ຈະສ່ວນໃຫຍ່ ຈະບໍ່ແມ່ນ ຄົນທີ່ ເຄື່ອນຍ້ານ ແລ້ວ ກໍຈະໄປ ໃນສ່ວນຄົນ ທົ່ວໄປ.”
ເຈົ້າໜ້າທີ່ ກ່າວອີກວ່າ ປັດຈຸບັນ ກະຊວງ ສາທາຣະນະສຸຂ ໄດ້ເພິ້ມ ການເອົາໃສ່ ຊ່ວຍປິ່ນປົວ ໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈ ໃຫ້ແກ່ ຜູ້ຕິດ ເຊື້ອໂຣຄເອດສ໌ ຫລາຍຂື້ນ ໂດຍໄດ້ສ້າງ ສູນຕ້ານ ໂຣຄເອດສ໌ ຂື້ນຕື່ມ. ໃນຂນະນີ້ ໃນທົ່ວ ປະເທດລາວ ມີຄົນ ຕິດ ເຊື້ອໂຣຄ HIV ທັງໝົດ ເຖິງ 4,272 ຄົນ ໃນນັ້ນ ມີຜູ້ປ່ວຍ ເປັນ ໂຣຄເອດສ໌ແລ້ວ 2,736 ຄົນ ແລະ ຜ່ານມາ ໄດ້ເສັຍ ຊີວິດ ໄປແລ້ວ 1,170 ຄົນ.
ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ອະທິບາຍ ວ່າ ສາເຫດ ທີ່ພາໃຫ້ ຈຳນວນ ຄົນລາວ ຕິດເຊື້ອໂຣຄ HIV ຫລາຍຂື້ນ ກໍເພາະວ່າ ປັດຈຸບັນ ຢູ່ລາວ ມີສະຖານທີ່ ບັນເທີງ ຫລາຍ ແລະ ສະຖານທີ່ ເຫລົ່ານີ້ ຫລາຍ ບ່ອນເປັນ ໂຮງໂສເພນີ ທີ່ຜູ້ ບໍຣິການ ທາງເພດ ຫລາຍຄົນ ບໍ່ໃຊ້ ຖົງອະນາໄມ ປ້ອງກັນ.
ໃນປີຜ່ານມາ ໂຮງໝໍ ບາງແຫ່ງ ຢູ່ ນະຄອນຫລວງ ວຽງຈັນ ໄດ້ກວດເລືອດ ຄົນງານລາວ ທີ່ກັບ ມາຈາກ ປະເທດໄທ; ຜົນປະກົດ ວ່າ ຄົນງານ ເຫລົ່ານັ້ນ ຫລາຍຄົນ ຕິດເຊື້ອໂຣກ HIV.