ກົດຟັງສຽງ
ເມືອງຄຳເກິດ ແຂວງ ບໍຣິຄຳໄຊ ຈະສຸມໃສ່ ການພັທນາ ໂຄງຮ່າງພື້ນຖານ ໃນການລົງທຶນ ຂອງຣັຖ ແລະເອກກະຊົນ ໃນໂຄງການ ພັທນາປີນີ້ ເພື່ອໃຫ້ ປະຊາຊົນ ຫລຸດພົ້ນ ຈາກຄວາມທຸກຈົນ ໃຫ້ໄດ້ໃນປີ 2014 ທີ່ຈະຮ່ວມດ້ວຍ ການຍົກຣະດັບ ຜລິຕພັນ ທາງດ້ານການກະເສດ ສຳລັບປະຊາຊົນ ທ້ອງຖິ່ນ. ດ່ັງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນຶ່ງເວົ້າວ່າ:
"ປັດຈຸບັນນີ້ ພວກເຮົາ ເຣື້ອງການສ້າງ ໂຄງການຮ່າງນີ້ ສຳຄັນຕົ້ນຕໍ ບາງບ້ານທີ່ຍັງ ບໍ່ທັນຮັບການ ພັທນາ ແຕ່ວ່າໂຄງການ ຂອງພວກເຮົາ ຄິດວ່າປີນີ້ ພວກເຮົາ ຈະພຍາຍາມ ໃຫ້ທຸກບ້ານ ໃນເມືອງຄຳເກິດ ໄດ້ນຳໃຊ້ ກະແສໄຟຟ້າ ຖາວອນ ແລະ ເສັ້ນທາງນີ້ຖືວ່າ ບໍ່ໄປຮອດ ທຸກບ້ານ ແຕ່ວ່າຈຸດ ພື້ນຖານໃຫຍ່ໆ ພວກເຮົາມີຄວາມ ສາມາດ ສະດວກສະບາຍ ໃນການຕິດຕໍ່ ພົວພັນ".
ທ່ານກ່າວຕໍ່ໄປວ່າ ການທີ່ຈະຊ່ອຍ ປະຊາຊົນ ໃຫ້ຫລຸດພົ້ນ ຈາກຄວາມທຸກຈົນ ໄດ້ນັ້ນ ການພັທນາ ໂຄງຮ່າງພື້ນຖານ ເປັນສິ່ງສຳຄັນ ຮ່ວມດ້ວຍ ການພັທນາຊັພຍາກອນ ມະນຸດ ໃຫ້ມີຄວາມ ຂຍັນຂັນແຂງ ໃນການເຮັດວຽກ ເນຶ່ອງຈາກວ່າ ໃນປັດຈຸບັນ ມີບາງຄອບຄົວ ຍັງມີນິສັຍ ກຽດຄ້ານ ບໍ່ຍອມເຮັດວຽກ ແລະ ທຳມາຫາກິນ ໃຫ້ເປັນຫລັກ ເປັນແຫລ່ງ. ດັ່ງນັ້ນ ທາງການແຂວງ ຈຶ່ງພັກດັນ ປຸກຣະດົມ ໃຫ້ປະຊາຊົນ ທ້ອງຖິ່ນ ໃຫ້ຮ່ວມມືກັບ ຣັຖບານ ໃນແຜນການຕ່າງໆ.
ແຜນການພັທນາ ແຮງງານ ແລະ ໂຄງຮ່າງພື້ນຖານ ການພັທນາ ເຊັ່ນຖນົນຫົນທາງ ຣະບົບ ຊົລປະທານ ການກະເສດ ລ້ຽງສັດ ການຕລາດ ແລະ ການສຶກສາ ແມ່ນບັນຈຸ ຢູ່ໃນແຜນການ ພັທນາເສຖກິດ ເພືຶ່ອຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນລາວ.