ກົດຟັງສຽງ
ປັດຈຸບັນ ສວນນ້ຳພຸ ກຳລັງຖືກ ດັດແປງ ກໍ່ສ້າງ ໃຫ້ເປັນ ບ່ອນກີນດື່ມ ໂດຍ ບໍຣິສັດ ການລົງທືນ ເອເຊັຽຈຳກັດ ໃນມູນຄ່າ ການລົງທືນ ປະມານ 10 ຕື້ກີບ ໂດຍອ້າງວ່າ ເປັນການ ຕ້ອນຮັບ ກອງປະຊຸມ ອາເຊັມ ໃນ ປີ 2012 ທີ່ສປປລາວ ຈະເປັນ ເຈົ້າພາບ ແລະ ແຜນການ ຕ້ອນຮັບ ການທ່ອງທ່ຽວ ປີ 2012 ຊື່ງເປັນການ ສ້າງສີສັນໃຫມ່ ໃຫ້ແກ່ ນະຄອນຫລວງ ວຽງຈັນ.
ການກະທຳ ດັ່ງກ່າວ ຊາວ ນະຄອນຫລວງ ວຽງຈັນ ຫລາຍຄົນ ໃຫ້ເຫດຜົລ ວ່າບໍ່ຈຳເປັນ ທີ່ຈະປ່ຽນ ໂສມຫນ້າ ສວນນ້ຳພຸ ຈາກຕືກອາຄານ ອັນເກົ່າແກ່ ທີ່ເປັນ ເອກລັກ ຂອງຄົນລາວ ແລະ ຊາວ ນະຄອນຫລວງ ວຽງຈັນ.
ບໍຣິສັດ ຜູ້ລົງທືນ ໃຫ້ເຫດຜົລວ່າ ແຜນການ ບຸຣະນະ ເປັນໄປຕາມ ນະໂຍບາຍ 6 ສ ຂອງ ນະຄອນຫລວງ ວຽງຈັນ ໄດ້ວາງໄວ້ ທີ່ໄດ້ຮັບ ຄວາມເຫັນພ້ອມ ຈາກທຸກ ພາກສ່ວນ ຂອງ ນະຄອນຫລວງ ວຽງຈັນ ແລະ ກຸ່ມສະຖາປະນິດ ເປັນທີ່ ຮຽບຮອ້ຍແລ້ວ ແຕ່ຫາງສຽງ ຂອງ ປະຊາຊົນ ເຫັນວ່າ ສວນ ສາທາຣະນະ ນ້ຳພຸ ເປັນ ສະຖານທີ່ ທີ່ມີ ຄວາມໝາຍ ອັນເກົ່າແກ່ ເປັນບ່ອນ ພັກຜ່ອນຢ່ອນ ອາຣົມ ທີ່ມີຄວາມງາມ ຢູ່ແລ້ວ ແລະ ກໍເປັນທີ່ ນິຍົມ ຂອງ ນັກທ່ອງທ່ຽວ ຖ້າມີການ ປ່ຽນໂສມຫນ້າ ຈະເຮັດໃຫ້ ຄັບແຄບລົງ ແລະ ຂາດເອກລັກ ໃນຕົວ ຂອງ ນະຄອນຫລວງ ວຽງຈັນ.
ທາງການລາວ ບອກວ່າ ການບຸຣະນະ ສວນນ້ຳພຸ ເປັນການ ຍົກຣະດັບ ຄວາມທັນສມັຍ ຂອງພື້ນທີ່ ເພາະຕຶກອາຄານ ຕ່າງໆ ໃນບໍຣິເວນ ນັ້ນ ກໍຊຸດໂຊມ ຫລາຍແລ້ວ.