ນັກຮຽນຈົບການສຶກສາ ໃນລາວຂາດຄຸນນະພາບ

ນັກຮຽນ ທີ່ຈົບ ການສຶກສາ ໃນລາວ ຍັງບໍ່ມີ ຄຸນນະພາບ ເທົ່າທຽມກັບ ນັກຮຽນ ໃນປະເທດ ອາຊຽນອື່ນໆ.

0:00 / 0:00

ກົດຟັງສຽງ

ເຈົ້າໜ້າທີ່ ກະຊວງ ສຶກສາທິການ ໃນນະຄອນ ຫລວງວຽງຈັນ ຮັບວ່າ ຄຸນນະພາບ ການສຶກສາ ຂອງນັກຮຽນທີ່ຈົບ ໂຮງຮຽນມັທຍົມ ໃນລາວ ທົ່ວໄປແລ້ວ ຍັງບໍ່ມີຄວາມຮູ້ ຄວາມສາມາດ ເທົ່າທຽມມາຕຖານ ສາກົລ, ຍ້ອນຄວາມສາມາດ ຂອງນາຍຄຣູ ຍັງບໍ່ພຽງພໍ ຊຶ່ງເປັນບັນຫາ ທີ່ຈະແກ້ໄຂ ໄດ້ຍາກ ແລະ ຕ້ອງໃຊ້ເວລາ ໃນການປັບປຸງ. ໂດຍສະເພາະ ການຜລິດນາຍຄຣູ ໃຫ້ໄດ້ຈໍານວນ ພຽງພໍກັບ ຄວາມຕ້ອງ ການຂອງປະເທດ. ທ່ານກ່າວ ໃນຕອນນຶ່ງວ່າ:

"ຢູ່ໃນຣະດັບ ປານກາງ ສາເຫດກໍຍ້ອນວ່າ ເລື່ອງ ຄຸນນະພາບ ຂອງເຂົາຍັງຕໍ່າ ມັນມີບັນຫາ ກ່ຽວກັບ ທາງດ້ານການ ສິດສອນຂອງຄຣູ ເພາະວ່າຄຣູຂອງເຮົາ ຄຸນນະພາບ ຕໍ່າທາງດ້ານ ການສິດສອນ".

ທ່ານກ່າວ ຕໍ່ໄປອີກວ່າ ບັນຫານັກຮຽນ ຈົບຊັ້ນມັທຍົມ ໃນທົ່ວປະເທດ ໂດຍສະເລັ່ຽ ຖືວ່າ ຄວາມຮູ້ຍັງຢູ່ໃນ ຣະດັບ ທີ່ຕ້ອງແກ້ໄຂ ຫລາຍເລື້ອງ ຖືວ່າຄວາມຮູ້ ຍັງບໍ່ສາມາດ ເທົ່າທຽມ ກັບປະເທດອື່ນໆ. ນັກຮຽນລາວ ທີ່ອອກໄປສຶກສາ ຕ່າງປະເທດ ມີບັນຫາ ໃນການຮຽນ ຫລາຍວິຊາ ແລະ ຕ້ອງໄດ້ຮຽນຊໍ້າໃໝ່ ຈໍານວນຫລາຍ. ແລະວ່າ ນັ້ນເປັນບັນຫາ ຊຶ່ງທາງ ກະຊວງສຶກສາ ເຂົ້າໃຈ ແລະ ພຍາຍາມ ເລັ່ງພັທນາ ນາຍຄຣູ ໃຫ້ມີຄວາມສາມາດ ໂດຍຈະຂໍຮ້ອງ ໃຫ້ຣັຖບານ ເພິ້ມງົບປະມານ ໃສ່ການສຶກສາ ເພື່ອນໍາໃຊ້ ໃນການ ພັທນາຫລັກສູດ ແກ້ໄຂອຸປກອນ ການຮຽນ ໃຫ້ພຽງພໍກັບ ຄວາມຕ້ອງການ ແລະ ເພື່ອບັນລຸເປົ້າໝາຍ ສະຫັດສວັດ ດ້ານການສຶກສາ ນໍາດ້ວຍ ເຖິງແມ່ນວ່າ ຈະຕ້ອງໃຊ້ເວລາ ຫລາຍກວ່າ 10 ປີ ກໍຕາມ.