ກົດຟັງສຽງ
ກາຣໃຫ້ ສັມປະທານ ທີ່ດິນ ເພື່ອໂຄງກາຣ ພັທນາ ຕ່າງໆ ໃນລາວ ແຕ່ລະ ໂຄງກາຣ ຍ່ອມມີຜົລ ກະທົບ ຢ່າງຮ້າຍແຮງ ແລະ ແຕກຕ່າງກັນ ໂດຽສະເພາະ ກໍແມ່ນ ຜົລກະທົບ ຕໍ່ສັງຄົມ ສິ່ງແວດລ້ອມ ແລະ ນັກລົງທຶນ ຊຶ່ງເປັນ ນັກລົງທຶນ ຕ່າງຊາຕ ທີ່ມັກຈະມີ ບັນຫາ ເກີດຂຶ້ນ ເລື້ອຍໆ ດັ່ງເຈົ້າໜ້າທີ່ ອົງກາຣ ຄຸ້ມຄອງ ທີ່ດິນ ແຫ່ງຊາຕ ນະຄອນຫລວງ ວຽງຈັນ ທ່ານນື່ງ ໄດ້ກ່າວວ່າ:
“ສຣຸບເຣື່ອງ ຜົລກະທົບ ນີ້ບໍ່ ປະຕິເສດ ຜົລກະທົບ ຕໍ່ນັກລົງທຶນ ຫັ້ນ ມັນຜົລກະທົບ ຢູ່ບ່ອນວ່າ ອັນທີ່ໜຶ່ງ ເນື້ອທີ່ ສັມປະທານ ທີ່ດິນ ບໍ່ພຽງພໍ ອັນທີ່ສອງ ແມ່ນບ່ອນ ສັມປະທານ ຕົກຢູ່ ໃນດິນ ປ່າສງວນ ຫລື ວ່າດິນ ເຂຕ ຫວງຫ້າມ ຫລືວ່າປ່າ ຍອດນ້ຳ ຫລືວ່າ ທີ່ດິນ ຂອງ ປະຊາຊົນ ທີ່ຢູ່ ອາສັຍ ຂອງ ປະຊາຊົນ ຈັງຊີ້ ພວກເຮົາ ກໍບໍ່ສາມາຖ ອະນຸມັຕ ໃຫ້”.
ພ້ອມດຽວ ກັນນີ້ ທ່ານກໍວ່າ ໃນຣະຍະ ຜ່ານມາ ກາຣໃຫ້ ສັມປະທານ ທີ່ດິນ ແກ່ໂຄງກາຣ ປູກຕົ້ນໄມ້ ຕ່າງໆ ບໍ່ໄດ້ ປະຕິບັຕ ຕາມຂັ້ນຕອນ ຂອງ ກົດຣະບຽບ ຊຶ່ງເປັນກາຣ ອະນຸມັຕ ໃຫ້ເຊົ່າ ທີ່ດິນ ໂດຽທີ່ ບໍ່ໄດ້ ຜ່ານກາຣ ສຳຣວຈ ສັດສັນ ແບ່ງເຂຕ ແລະ ຈັດປະເພທ ຂອງກາຣໃຊ້ ຢ່າງແຈ່ມແຈ້ງ ຈຶ່ງມັກເກີດ ມີກາຣ ສວຍໂອກາສ ເຂົ້າບຸກຣຸກ ເຂຕປ່າດົງ ແລະ ທຳລາຍ ປ່າໄມ້ ແລ້ວປູກຕົ້ນໄມ້ ອຸຕສາຫະກັມ ແທນ ຊຶ່ງເປັນ ກາຣປະຕິບັຕ ທີ່ບໍ່ ຖືກຕ້ອງ ແລະ ຖືເປັນກາຣ ທຳລາຍ ປ່າໄມ້ ຮວມໄປເຖິງ ຣະບົບ ນິເວສ ແລະ ສິ່ງແວດລ້ອມ ໄປຕາມໆກັນ.
ໃນຂນະດຽວ ກັນນີ້ ທ່ານກໍໃຫ້ ກາຣຊີ້ແຈງ ອີກວ່າ ກາຣອະນຸມັຕ ໃຫ້ນັກລົງທຶນ ຕ່າງຊາຕ ເຂົ້າມາ ເຊົ່າທີ່ດິນ ໃນບາງເຂຕ ຈຳເປັນ ກໍຕ້ອງໄດ້ ມີກາຣ ໂຍກຍ້າຍ ປະຊາຊົນ ໄປຢູ່ຕາມເຂຕ ທີ່ຈັດສັນ ໃຫ້ໃໝ່ ຊຶ່ງສ່ວນຫລາຍ ກໍເປັນເຂຕ ທີ່ເຂົາເຈົ້າ ບໍ່ຄຸ້ນເຄີຽ ພ້ອມຍັງ ຕ້ອງໄດ້ປ່ຽນ ວິຖີຊີວີຕ ຂອງເຂົາເຈົ້າ ຈຶ່ງມັກຈະເກີດ ມີບັນຫາ ທາງສັງຄົມ ເຖິງຂັ້ນ ທີ່ວ່າ ມີພວກ ຊາຍໜຸ່ມ ແລະຍິງສາວ ຕ້ອງໄດ້ໄປ ຫາວຽກເຮັດ ງານທຳ ຕາມຊາຍແດນ ໃນປະເທສ ເພື່ອນບ້ານ ດັ່ງທີ່ເກີດຂຶ້ນ ໃນປັຈຈຸບັນ.
