ການຜລິດຜ້າໄໝໃນລາວ ໄດ້ຮັບການຊ່ວຍເຫລືອ

ທາງການ ລາວ ໄດ້ຮັບທຶນ ຊ່ວຍເຫລືອ ລ້າ ປະມານ 1 ລ້ານ 8 ແສນ ໂດລາ ເພື່ອປັບປຸງ ອຸດສາຫະກັມ ຜ້າໄຫມ ໃນລາວ.

0:00 / 0:00

ກົດຟັງສຽງ

ທະນາຄານ ໂລກ ໄດ້ອະນຸມັດ ເງີນຊ່ອຍເຫລືອ ລ້າ ປະມານ 1 ລ້ານ 8 ແສນໂດລາ ເພື່ອໃຫ້ ສປປລາວ ໃຊ້ປັບປຸງ ອຸດສາຫະກັມ ຜ້າໄຫມ ເພື່ອຍົກ ຣະດັບ ການເປັນຢູ່ ຂອງ ປະຊາຊົນ ຊາວເຜົ່າ ໃນລາວ. ເງີນຈຳນວນ ດ່ັງກ່າວ ທີ່ທະນາຄານ ໂລກ ໃຫ້ແກ່ ສປປລາວ ແມ່ນໃຫ້ ບໍຣິສັດ ຜ້າໄຫມ ໃຊ້ຝືກ ອົບຮົມ ປະຊາຊົນ ໃນເຂດ ຊົນນະບົດ ແລະ ຊາວເຜົ່າ ໃນຫລາຍເຂດ ຂອງລາວ ໃນການ ປະກອບ ອາຊີບ ຕ່ຳຜ້າໄຫມ ໃຫ້ເປັນ ອາຊີບເສີມ ເພື່ອສ້າງ ລາຍໄດ້ ໃຫ້ແກ່ຂະເຈົ້າ.

ທຸຣະກິດ ຜ້າໄຫມ ລາວ ກຳລັງ ເປັນທີ່ນິຍົມ ຈາກຫລາຍ ປະເທດ ໃນເວລານີ້ ເພາະຄຸນນະພາບ ແລະ ການຕ່ຳ ດ້ວຍມື, ຜ້າໄຫມ ທີ່ມີຄ່າ ຈາກລາວ ຖືກນຳ ໄປຂາຍ ທີ່ສະຫະຣັຖ ແລະ ຍີ່ປຸ່ນ ແຕ່ບັນຫາ ໃນເວລານີ້ ແມ່ນການ ຂາດມາຕຖານ ທາງດ້ານ ຄຸນນະພາບ ແລະ ຂາດເສັ້ນໄຫມ ທີ່ໃຊ້ ໃນການຜລີດ ເພາະເສັ້ນໄຫມ ທີ່ໃຊ້ ໃນການຜລີດ ໃນປັດຈຸບັນ 80-90% ແມ່ນນຳເຂົ້າ ຈາກ ຕ່າງປະເທດ ແຕ່ຖ້າມີ ການຜລິດ ເສັ້ນໄຫມ ໃນລາວເອງ ຈະສາມາດ ເພີ້ມອັຕຣາການ ຜລິດເພື່ອ ສົ່ງອອກ ໃຫ້ເປັນ ອາຊີບ ທີ່ຫມັ້ນຄົງໄດ້.

ຍານາງ ໄກໂກ ມີວະ ຫົວຫນ້າ ຫ້ອງການ ທະນາຄານໂລກ ສາຂາ ໃນປະເທດລາວ ເວົ້າວ່າ ດ້ວຍການ ຝຶກອົບຮົມ ໃຫ້ຊາວນາ ລາວ ຜລິດ ເສັ້ນໄຫມດິບ ດ້ວຍການ ລ້ຽງມ້ອນ ພາຍໃນ ຄອບຄົວ, ອຸດສາຫະກັມ ຜ້າໄຫມ ລາວ ກໍ່ສາມາດ ເພີ້ມອັດຕຣາ ການຜລີດໄດ້ ສອງເທົ່າຕົວ ໃນຣະຍະ 4 ປີ ຂ້າງຫນ້າ ທີ່ຈະສ້າງ ລາຍໄດ້ ໃຫ້ແກ່ ປະຊາຊົນ ໃນເຂດ ຊົນນະບົດ ໃນລາວ ໄດ້ປະມານ 1,200 ຄົນ. ໃນທີ່ສຸດ ໂຄງການ ດ່ັງກ່າວ ກໍ່ຈະສາມາດ ສ້າງລາຍໄດ້ ທີ່ຫມັ້ນຄົງ ໃຫ້ແກ່ ຊົນເຜົ່າ ໃນເຂດ ຊົນນະບົດ ຂອງລາວ ຫລາຍຂື້ນ ໃນຣະຍະ ຕໍ່ໄປ.