ສອງເຂດເສຖກິຈ ຍັງລົ້ມລຸກ

ເຂດ ເສຖກິດ ພິເສດ ເຂດ ເສຖກິດ ສະເພາະ ໃນ ສປປລາວ ຍັງມີ ບັນຫາ ແລະ ບໍ່ປະສົບ ຜົລສໍາເຣັດ ເທົ່າທີ່ຄວນ.

0:00 / 0:00

ກົດຟັງສຽງ

ກອງປະຊຸມ ກ່ຽວກັບ ການພັທນາ ແລະ ຄຸ້ມຄອງ ເຂດ ເສຖກິດ ພິເສດ ແລະ ເຂດ ເສຖກິດ ສະເພາະ ທົ່ວ ປະເທດລາວ ປະຈໍາປີ 2011 ໄດ້ຈັດຂຶ້ນ ເມື່ອວັນທີ 18 ຕຸລາ ທີ່ໂຮງແຮມ ດອນຈັນ ພາເລສ ໃນນະຄອນຫລວງ ວຽງຈັນ. ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ຣັຖມົນຕຣີ ຜູ້ເປັນ ປະທານ ກອງປະຊຸມ ກ່າວເຖິງເຂດ ເສຖກິດ ພິເສດ ແລະ ເຂດເສຖກິດ ສະເພາະ ໃນລາວວ່າ ຍັງມີ ບັນຫາ ທີ່ຕ້ອງໄດ້ ແກ້ໄຂ ເພາະຍັງບໍ່ ປະສົບ ຜົລສໍາເຣັດ ເທົ່າທີ່ຄວນ ຕາມ ຄາດໝາຍ. ທ່ານກ່າວ ໃນຕອນນຶ່ງວ່າ:

"ການສ້າງ ແລະ ການພັທນາ ເຂດ ເສຖກິດ ພິເສດ ເປັນວຽກງານ ໃໝ່ ສໍາລັບ ປະເທດ ຂອງພວກເຮົາ ເຖິງຢ່າງນັ້ນ ກໍຕາມ ຄວາມຄືບໜ້າ ຂອງວຽກງານ ດັ່ງກ່າວ ເວົ້າລວມ ຍັງຊັກຊ້າ ຍັງບໍ່ທັນ ສາມາດ ເສີມຂຍາຍ ກໍາລັງແຮງ ຈາກບັນດາ ພາກສ່ວນ ເສຖກິດ ທັງພາຍໃນ ແລະ ຕ່າງປະເທດ ໄດ້ ເທົ່າທີ່ຄວນ".

ທ່ານ ສົມສະຫວາດ ກ່າວ ຕໍ່ໄປວ່າ ການສ້າງເຂດ ເສຖກິດ ພິເສດ ໄດ້ເກີດຂຶ້ນ ຢູ່ບາງບ່ອນ ແລະ ມີຜົລສໍາເຣັດ ໃນເບື້ອງຕົ້ນ ຈໍານວນນຶ່ງ ໂດຍສະເພາະ ເຂດ ເສຖກິດ ສາມຫລ່ຽມຄໍາ ໃນ ແຂວງບໍ່ແກ້ວ. ແຕ່ຄວາມ ຄືບໜ້າ ຂອງວຽກງານ ຍັງລ່າຊ້າ ເມື່ອທຽບໃສ່ ຄວາມຮຽກຮ້ອງ ຕ້ອງການ ແລະ ຄວາມຮັບຮູ້ ກ່ຽວກັບ ເຂດ ເສຖກິດ ພິເສດ ແລະ ເຂດເສຖກິດ ສະເພາະ, ທັງຍັງບໍ່ມີ ຄວາມເປັນ ເອກກະພາບ ຊຶ່ງມີ ຫລາຍຢ່າງ ທີ່ຈະຕ້ອງ ໄດ້ປັບປຸງ ແກ້ໄຂ.

ຕາມຄໍາເວົ້າ ຂອງທ່ານ ສົມສະຫວາດ. ຣັຖບານລາວ ບໍ່ມີທຶນ ຫລາຍ ບໍ່ຄືກັບຈີນ ແລະ ວຽດນາມ ເພື່ອສ້າງ ໂຄ່ງຮ່າງ ພື້ນຖານ ອັນຫລູຫລາ ຂຶ້ນໃນເຂດ ເສຖກິດ ພິເສດ ເພື່ອດຶງດູດ ນັກລົງທຶນ ທ້ອງຖີ່ນ ແລະ ຕ່າງປະເທດ ແລະວ່າ ສປປລາວ ໄດ້ພົບກັບ ບັນຫາ ທ້າທາຍຕ່າງໆ ໃນການ ພັທນາເຂດ ເສຖກິດ ພິເສດ ເປັນແບບ ສະບັບ ຂອງ ຕົນເອງ ຍ້ອນຂາດ ຄໍາແນະນໍາ ແລະ ບໍ່ສາມາດ ຮຽນຈາກ ປະເທດ ເພື່ອນບ້ານ.