ກົດຟັງສຽງ
ຜູ້ກໍາກັບການ ຕໍາຣວດ ກວດຄົນ ເຂົ້າເມືອງ ແຂວງ ໜອງຄາຍ ເປີດເຜີຽ ກັບ ເອເຊັຽເສຣີ ວ່າ ໃນລະຍະນີ້ ມີຄົນງານ ລາວ ຈໍານວນນື່ງ ໄດ້ເດີນທາງ ກັບຄືນ ປະເທດ ແລ້ວ ໂດຍນາຍຈ້າງ ໄດ້ເໝົາ ຣົດບັສໃຫ້ ເພື່ອສົ່ງ ຄົນງານ ຕ່າງຊາດ ຂອງຕົນ ກັບຄືນ ປະເທດ ຫລັງຈາກ ເຫດການ ນໍ້າຖ້ວມ ຄັ້ງໃຫ່ຽ ໃນພາກກາງ ຂອງ ປະເທດໄທ. ທັງໝົດ ເປັນຄົນງານ ຖືກຕ້ອງ ຕາມກົດໝາຍ ດັ່ງທີ່ ພົນ ຕໍາຣວດເອກ ສິດ ສິຣິກັງວາລກຸນ ໄດ້ກ່າວ:
"ຄາດວ່າ ຈະມີເຖິງ ຮ້ອຍຄົນ ຂື້ນໄປ ຜ່ານມາ ສ່ວນໃຫ່ຽ ນາຍຈ້າງ ເຂົາຈະເໝົາ ຣົດບັສມາ".
ທ່ານວ່າ ນີ້ມີແຕ່ກຸ່ມ ຄົນລາວ ທີ່ເຣັດວຽກ ຖືກຕ້ອງ ຕາມກົດໝາຍ ແຕ່ບໍ່ຮູ້ ຢ່າງ ແນ່ນອນວ່າ ກຸ່ມຄົນງານ ລາວ ຈໍານວນນີ້ ແມ່ນເດີນ ທາງອອກຈາກ ເຂດນໍ້າຖ້ວມ ເຂດໃດ. ຫລັງຈາກ ເຫດການ ນໍ້າຖ້ວມ ຜ່ານໄປ ຄົນງານ ຈໍາພວກນີ້ ກໍຄົງ ຈະຕ້ອງ ກັບຄືນ ໄປເຣັດວຽກ ຢູ່ໃນໄທ ຕາມເດີມ.
ເຫດນໍ້າຖ້ວມ ທີ່ ຮ້າຍແຮງ ໃນປະເທດໄທ ຄັ້ງນີ້ ຫລາຍຮ້ອຍ ໂຮງງານ ໃນແຂວງ ນະຄອນສວັນ ອະຢຸທຢາ ປະທຸມທານີ ນົນທະບຸຣີ ບາງກອກ ແລະ ອ້ອມແອ້ມ ບາງກອກ ຖືກນໍ້າຖ້ວມ ໝົດ. ຄົນງານ ທີ່ເຮັດວຽກ ໃນເຂດນັ້ນ ໄດ້ຮັບເຄາະ ໄປຕາມໆກັນ. ຕາມໂຕເລກ ຂອງ ກະຊວງ ແຮງງານໄທ ນັ້ນແຈ້ງວ່າ ຄົນງານລາວ ທີ່ຖືກຕ້ອງ ຕາມກົດໝາຍ ໃນປະເທດໄທ ປະມານ 180,000 ຄົນ ແລະ ບໍ່ຖືກຕ້ອງ ປະມານ 120,000 ຄົນ.
